spot_img
Homeຂ່າວພາຍ​ໃນລາວ-ບຣູໄນ ຂະຫຍາຍການຮ່ວມມື ດ້ານພະລັງງານ, ການຄ້າ ແລະກະສິກຳ

ລາວ-ບຣູໄນ ຂະຫຍາຍການຮ່ວມມື ດ້ານພະລັງງານ, ການຄ້າ ແລະກະສິກຳ

Published on

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3 (JCBC-3) ໃນລະຫວ່າງວັນທີ 9-11 ສິງຫາ 2022 ທີ່ ນະຄອນຫຼວງ ບັນດາເສຣີເບກາວັນ ປະເທດ ບຣູໄນ ດາຣູຊາລາມ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ບູຣໄນ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022, ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3), ໂດຍການເປັນປະທານຮ່ວມ ລະຫວ່າງ ພະນະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ແລະ ພະນະທ່ານລັດຖະມົນຕີຕ່າງປະເທດ ແລະ ການຄ້າ ເອຣີວັນ ເປີຮິນ ຢູຊ໊ອບ.

 

ສອງຝ່າຍ ເຫັນດີສືບຕໍ່ ແລະ ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືກັນມີຄື:

  1. ສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊົມເຊີຍວຽກງານການຝຶກອົບຮົມ ແລະ ແລກປ່ຽນດ້ານການທະຫານ ທີ່ມີບາດກ້າວອັນດີ.
  2. ຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ໂດຍການປະສານສົມທົບຢ່າງກົມກຽວກັນໂດຍຜ່ານ ສະພາການຄ້າ ແລະ ອຸດສະຫະກຳ ຂອງສອງປະເທດ
  3. ຊຸກຍູ້ການຮ່ວມມືດ້ານກະສິກຳ ໂດຍສະເພາະສຶກສາຄວາມເປັນໄປໄດ້ໃນການຊື້ຂາຍເຂົ້າ ແລະ ຜະລິດຕະພັນດ້ານກະສິກຳ.
  4. ສືບຕໍ່ການຮ່ວມມືດ້ານອຸດສະຫະກຳ, ພະລັງງານ, ການຄ້າການລົງທຶນ, ການຄົມມະນາຄົມທາງອາກາດ, ການສຶກສາ, ກິລາ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ສະຫວັດດີການສັງຄົມ, ການຮ່ວມມືດ້ານແມ່ຍິງ ແລະ ອື່ນໆ.

ນອກຈາກນີ້, ສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນໃນການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າໃຫ້ກວ້າງຂວາງແລະກວມເອົາຫລາຍຂົງເຂດການຮ່ວມມື, ໂດຍແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ບຣູໄນ.

ພິເສດໃນປີ 2023 ທີ່ຈະມາເຖິງນີ້, ສອງປະເທດ ເຫັນດີເປັນເອກະພາບ ຈະຮ່ວມກັນຈັດບັນດາກິດຈະກໍາສໍາຄັນຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນຄົບຮອບ 30 ປີ (27 ກໍລະກົດ 1993-27 ກໍລະກົດ 2023) ເພື່ອໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນຂອງສອງປະເທດ ລາວ-ບຣູໄນ.

ແຫຼ່ງຂ່າວຈາກ ກະຊວງປ້ອງກັນປະເທດ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...