spot_img
Homeຂ່າວຕ່າງປະເທດອີລອນມາສ ຈະຊື້ທີມ ແມນເຊັສເຕີ ຢູໄນເຕັດ

ອີລອນມາສ ຈະຊື້ທີມ ແມນເຊັສເຕີ ຢູໄນເຕັດ

Published on

ອີລອນມາສ (Elon Musk) ມະຫາເສດຖີເຈົ້າຂອງແບນລົດໄຟຟ້າ (Tesla) ທີ່ຫາກໍໄດ້ຊື້ ທະວິດເຕີ້ (twitter) ເມື່ອບໍ່ດົນມານີ້. ປະກາດຜ່ານ twitter ຈົນກາຍເປັນປະເດັນເຮັດໃຫ້ຜູ້ຄົນທົ່ວໂລກໃຫ້ຄວາມສົນໃຈຫຼາຍໃນເຊົ້າມື້ນີ້ ໂດຍການບອກວ່າຈະເຂົ້າຍຶດເອົາ ແມນເຊັສເຕີ ຢູໄນເຕັດ ຈາກຄອບຄົວ ຕະກູນ ເກັວເຊີ.

ໃນວັນທີ 29 ເມສາ ທີ່ຜ່ານມາຫຼັງຈາກຄະນະກຳມະການບໍລິຫານອິດສະຫຼະຂອງບໍລິສັດ ທະວິດເຕີ້ ອອກຖະແຫຼງການຕົກລົງຂາຍບໍລິສັດໃຫ້ແກ່ ອີລອນມາສ ຊິອີໂອຂອງບໍລິສັດເທສລາ ແລະ ສະເປສເອັກ ພາຍໃຕ້ຂໍ້ຕົກລົງມູນຄ່າ 4.4 ໝີ່ນລ້ານໂດລາ.

ສຳລັບສາວົກແມນຢູ ຕາງກໍຢາກໃຫ້ ອີລອນມາສ ເຂົ້າຊື້ກິດຈະການຂອງທີມແມນຢູ ໂດຍບອກວ່າ: ” ຕອນນີ້ສະໂມສອນຊັ້ນນຳກຳລັງຢູ່ໃນຊ່ວງຫຍຸ້ງຍາກລຳບາກ ເພາະເຈົ້າຂອງປັດຈຸບັນເປັນຄົນສໍ້ໂກງ ແລະ ກຳລັງທຳລາຍສະໂມສອນເຕະບານທີ່ຍິ່ງໃຫຍ່ແຫ່ງນີ້”

ຢ່າງໃດກໍຕາມ, ການທະວິດເຕີ້ໃນຄັ້ງນີ້ຍັງບໍ່ເປັນທີ່ຊັດເຈນວ່າ ມີຄວາມຈິງຈັງ ຫຼື ໜ້າເຊື່ອຖືໄດ້ຫຼາຍປານໃດ ເພາະອາດຈະເປັນການທະວິດ ເພື່ອເພີ່ມມູນຄ່າໃນການປັ່ນຫຸ້ນ.

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...