spot_img
Homeຂ່າວຕ່າງປະເທດນັກເສດຖະສາດສັນຊາດອົດສະຕຣາລີ ແລະ ​ນັກ​ສ້າງ​ຮູບ​ເງົາຂອງຍີ່ປຸ່ນຖືກຈັບໃນມຽນມາ

ນັກເສດຖະສາດສັນຊາດອົດສະຕຣາລີ ແລະ ​ນັກ​ສ້າງ​ຮູບ​ເງົາຂອງຍີ່ປຸ່ນຖືກຈັບໃນມຽນມາ

Published on

Sean Turnell ນັກເສດຖະສາດສັນຊາດອົດສະຕຣາລີ ຖືກຈັບໃນມຽນມາໄດ້ຮຽກຮ້ອງວ່າໂຕເອງບໍ່ຜິດ ໃນສານ ເນື່ອງຈາກມີຖານລະເມີດ “ການກະທຳທີ່ກ່ຽວຂ້ອງກັບຄວາມລັບທາງລັດຖະບານ” ຂອງປະເທດຊາດ, ໃນຂະນະທີ່ສະມາຊິກລັດຖະສະພາຍີ່ປຸ່ນ ໄດ້ໄປຢ້ຽມຢາມມຽນມາ ເພື່ອສະໜັບສະໜູນໃຫ້ປ່ອຍຕົວນັກສ້າງຮູບເງົາຍີ່ປຸ່ນ Toru Kubota.

Sean Turnell ໃນການພິຈາລະນາຄະດີໃນສານ ທີ່ນະຄອນຫຼວງເນປີດໍ

Sean Turnell ຄົນສັນຊາດອົດສະຕຣາລີ ທີ່ປຶກສາຂອງຜູ້ໄດ້ຮັບລາງວັນໂນເບລ ທ່ານ ນາງ ອອງຊານ ຊູຈີ ທີ່ຖືກຂັບໄລ່ອອກຈາກຕໍາແໜ່ງຜູ້ນຳຂອງມຽນມາ ເຊິ່ງ Sean Turnell ໄດ້ສາລະພາບວ່າ ບໍ່ມີຄວາມຜິດ ຕໍ່ສານມື້ນີ້, ລາວຖືກ​ກ່າວ​ຫາ​ຮ່ວມ​ກັບ​ ທ່ານ​ ນາງ ອອງຊານ ຊູຈີ ​ໃນຖານທີ່​ກ່ຽວ​ຂ້ອງ​ກັບ​ເມືອງ​ ແລະ ​ຄວາມ​ລັບ​ຂອງ​ລັດຖະບານ, ​ແຕ່​ລາຍ​ລະ​ອຽດ​ທີ່​ແນ່​ນອນ​ຂອງ​ກໍ​ລະ​ນີ​ດັ່ງ​ກ່າວ​ຍັງ​ບໍ່​ໄດ້​ເປີດ​ເຜີຍ. Sean Turnell ຕ້ອງໂທດຈໍາຄຸກ 14 ປີ ແລ້ວໄດ້ຖືກຈັບຫຼັງຈາກການກໍ່ລັດຖະປະຫານ ແລະ ໄດ້ຖືກກ່າວຫາວ່າພະຍາຍາມໜີອອກຈາກປະເທດ.

ທ່ານ ເພນນີ ວ່ອງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອົດ​ສະ​ຕຣາ​ລີ ໄດ້​ກ່າວ​ວ່າ ການປ່ອຍຕົວຂອງ Turnell ເປັນສິ່ງສຳຄັນອັນດັບທຳອິດ ຂອງ​ລັດ​ຖະ​ບານ​ອົດ​ສະ​ຕຣາ​ລີ.

​ໃນ​ຂະນະ​ດຽວ​ກັນມີ​ລາຍ​ງານ​ວ່າ ທ່ານ ຮິໂລມິຈິ ວາຕານາເບະ ສະມາຊິກ​ພັກ​ຂອງ​ລັດຖະບານຍີ່​ປຸ່ນ ​ໄດ້​ພົບ​ປະ​ກັບ​ທ່ານ ມິນ ອ່ອງ ຫຼາຍ ຜູ້ນຳ​ລັດຖະບານ​ມຽນມາ ທີ່​ນະຄອນຫຼວງເນປິດໍ​ ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປ່ອຍຕົວ​ນັກ​ຖ່າຍສາລະຄະດີ Toru Kubota ອາຍຸ 26 ປີ ທີ່ໄດ້ຖືກຈັບຍ້ອນຖ່າຍສາລະຄະດີ ການປະທ້ວງໃນມຽນມາ.

ຜູ້​ຖ່າຍ​ວິ​ດີ​ໂອ​ໄດ້​ຖືກ​ຈັບ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກ​ເຂົ້າ​ໄປ​ມຽນ​ມາ​ດ້ວຍ​ວີ​ຊ່າ​ນັກທ່ອງ​ທ່ຽວ ​ເຊິ່ງມັນເປັນການ​ລະ​ເມີດ​ກົດໝາຍ​ຄົນ​ເຂົ້າ​ເມືອງ.

ສື່​ມວນ​ຊົນ​ຂອງ​ລັດ​ມຽນມາ​ລາຍ​ງານ​ວ່າ ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມຢາມ​ຂອງ​ສະມາຊິກ​ສະພາ​ຍີ່ປຸ່ນ ​ແມ່ນ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ປະຊາ​ຄົມລະຫວ່າງປະເທດ ໄດ້ກັງວົນ ຍ້ອນມຽນມາ​ປະຫານ​ຊີວິດ​ນັກ​ໂທດ 4 ຄົນ ​ໃນ​ນັ້ນ​ມີຜູ້ຮ່າງກົດໝາຍທີ່​ມີ​ຊື່​ສຽງ ​ແລະ​ ຜູ້ຮຽກຮ້ອງປະຊາທິປະ​ໄຕ.

ອາ​ຊຽນ​ໄດ້​ປະ​ກາດ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ຈະບໍ່ໃຫ້ມຽນມາເຂົ້າຮ່ວມກອງປະຊຸມອາຊຽນ ​ຈົນ​ກວ່າ​ຈະ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ພຽງ​ພໍ​ຕໍ່​ສັນ​ຕິ​ພາບ.

ຂໍ້ມູນຈາກ The Laotian Times

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...