spot_img
Homeຂ່າວພາຍ​ໃນສານຕັດສິນຄະດີຜູ້ຖືກຫາຄ້າ-ຂາຍຢາເສບຕິດ 13 ຄົນ

ສານຕັດສິນຄະດີຜູ້ຖືກຫາຄ້າ-ຂາຍຢາເສບຕິດ 13 ຄົນ

Published on

ໃນວັນທີ 28 ກໍລະກົດ 2022 ໜັງສືພິມປ້ອງກັນຄວາມສະຫງົບ ໄດ້ລາຍງານວ່າ: ແຂວງວຽງຈັນ ໄດ້ນໍາເອົາຄະດີຢາເສບຕິດ ຈໍານວນຫຼາຍເລື່ອງຂຶ້ນມາພິຈາລະນາຕັດສິນຄະດີ, ເຊິ່ງລວມມີຜູ້ຖືກຫາທີ່ເຄື່ອນໄຫວຄ້າ-ຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ຄອບຄອງປະເພດຢາບ້າ ຈໍານວນ 13 ຄົນ.

ບັນດາຜູ້ຖືກຫາທີ່ສານປະຊາຊົນ ແຂວງວຽງຈັນ ນໍາມາພິຈາລະນາ ຕັດສິນປະກອບມີ ຄື:

  1. ທ້າວ ດອນ ອາຍຸ 32 ປີ, ຢູ່ບ້ານວຽງສະໄຫມ,
  2. ທ້າວ ສຸລິວັນ ອາຍຸ 29 ປີຢູ່ບ້ານນໍ້າເປາະ,
  3. ທ້າວ ອົ້ນ ອາຍຸ 21 ປີ ຢູ່ບ້ານພູດິນແດງ ທັງ 3 ຢູ່ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວ ໃນ ວັນທີ 22 ມິຖຸນາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງຢາເສບຕິດປະເພດຢາບ້າ ຈໍານວນ 527 ເມັດ; ດັ່ງນັ້ນ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ດອນ ແລະ ທ້າວ ອົ້ນ ຈໍາເລີຍ ທັງ 2 ຜູ້ລະ 5 ປີ ປັບໃຫມຜູ້ລະ 10.000.000 ກີບ, ສ່ວນ ທ້າວ ສຸລິ ວັນຕັດ ອິດສະຫຼະພາບ 5 ປີ 6 ເດືອນ ປັບໃຫມ 12.000.000 ກີບ.
  4. ທ້າວ ຈ່ອຍ ອາຍຸ 32 ປີ ຢູ່ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ,
  5. ທ້າວ ຕຸ່ນ ອາຍຸ 21 ປີ ຢູ່ບ້ານໂພນສະຫວາດ ເມືອງເຟືອງ ແຂວງວຽງຈັນ,
  6. ທ້າວ ສີວ່າງ ອາຍຸ 20 ປີ ຢູ່ບ້ານນ້ໍາແພດ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ແລະ 27 ພຶດສະພາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດຂອງກາງປະເພດຢາບ້າ 3.299 ເມັດ; ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວຈ່ອຍ (ຈໍາເລີຍ 1) ທ້າວ ສືວ່າງ (ຈໍາເລີຍ 2) ຜູ້ລະ 10 ປີ ປັບໃຫມຜູ້ລະ 100.000.000 ກີບ ແລະ ຕັດອິດສະຫຼະພາບ ທ້າວ ຕຸນ (ຈັງເລີຍ 3) 5 ປີ ປັບໃຫມ 10.000.000 ກີບ.
  7. ທ້າວ ບົວລະພາ ອາຍຸ 27 ປີ ຢູ່ບ້ານໂພນສົມບູນ ເມືອງໂພນໂຮງ ແຂວງວຽງຈັນ,
  8. ທ້າວ ວິທີ ອາຍຸ 27 ປີ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 27 ມັງກອນ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບ ຕິດ ປະເພດຢາບ້າ ຈໍານວນ 435 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍທັງ 2 ຜູ້ລະ 6 ປີ, ປັບໃຫມຜູ້ລະ 28.000.000 ກີບ.
  9. ທ້າວ ທີ ອາຍຸ 35 ປີ ຢູ່ບ້ານໂພນໄຊ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 19 ພຶດ ສະພາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຈໍານວນ 154 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10.000.000 ກີບ.
  10. ທ້າວ ພູເງິນ ອາຍຸ 20 ປີ ຢູ່ ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 8 ມັງກອນ 2020, ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 57 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ, ປັບໃຫມ 10.000.000 ກີບ.
  11. ທ້າວ ກ້ອງເມັ່ງວີ ອາຍຸ 24 ປີ ຢູ່ບ້ານໂພນງາມ ເມືອງຫມື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 12 ສິງຫາ 2021 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຈໍານວນ 1.000 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈຶ່ງເລີຍ 8 ປີ, ປັບໃຫມ 64.000.000 ກີບ.
  12.  ທ້າວ ບຸນສົມຊຶ່ງ ອາຍຸ 35 ປີ ຢູ່ບ້ານສົມສະຫນຸກ ເມືອງຫີນເຫີບ ແຂວງວຽງຈັນ ຖືກກັກຕົວໃນ ວັນທີ 21 ສິງຫາ 2019 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ປະເພດຢາບ້າ ຈໍານວນ 45 ເມັດ, ສານ ປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ ປັບໃຫມ 10.000.000 ກີບ.
  13. ທ້າວ ຢົວເຢີ້ວ່າງ ອາຍຸ 65 ປີ ຢູ່ບ້ານນ້ຳປຸງ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 13 ກໍລະກົດ 2021, ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈໍານວນ 192 ເມັດ ສານປະຊາຊົນແຂວງ ວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 4 ປີ, ປັບ ໃຫມ 8.000.000 ກີບ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...