spot_img
Homeຂ່າວຕ່າງປະເທດແນນຊີ ເພໂລຊີ ເດີນທາງມາໄຕ້ຫວັນບໍ່ສົນໃຈສິ່ງທີ່ຈີນຂັດຄ້ານ

ແນນຊີ ເພໂລຊີ ເດີນທາງມາໄຕ້ຫວັນບໍ່ສົນໃຈສິ່ງທີ່ຈີນຂັດຄ້ານ

Published on

ນາງ ແນນຊີ ເພໂລຊີ ປະທານສະພາ ແຫ່ງສະຫະລັດອາເມຣິກາ ເດີນທາງມາຢ້ຽມໄຕ້ຫວັນ ເຊິ່ງສົ່ງຜົນໃຫ້ຈີນປະກາດຂັດຄ້ານ ແລ້ວຈະທົດສອບລູກສອນໄຟ ແລະ ຈັດການຊ້ອມຮົບໃນບໍລິເວນໃກ້ກັບຊ່ອງແຄບໃຕ້ຫວັນ.

ທັ້ງນີ້ ນາງ ເພໂລຊີ ຖະແຫຼງຫຼັງຈາກການເດີນທາງໄປໄຕ້ຫວັນວ່າ ການມາເທື່ອນີ້ ບໍ່ໄດ້ຂັດແຍ່ງກັບຈຸດຢືນດ້ານນະໂຍບາຍຂອງສະຫະລັດອາເມຣິກາແຕ່ຢ່າງໃດ ແລະ ອາເມຣິກາຍັງຕໍ່ຕ້ານຄວາມພະຍາຍາມທີ່ຈະປ່ຽນແປງສະຖານະພາບຂອງໄຕ້ຫວັນ.

ນາງ ເພໂລຊີ ກ່າວວ່າ ການທີ່ເຈົ້າໜ້າທີ່ສະພາຄອງເກຣສ ຂອງອາເມຣິກາເດີນທາງຢ້ຽມໄຕ້ຫວັນ ຖືວ່າເປັນການໃຫ້ກຽດຕິດຕໍ່ຄວາມມຸ່ງໝັ້ນຂອງອາເມຣິກາທີ່ສະໜັບສະໜູນປະຊາທິປະໄຕຂອງໄຕ້ຫວັນ.

ທັນທີທີ່ນາງ ເພໂລຊີ ເດີນທາງຮອດໄຕ້ຫວັນ ທາງການຈີນໄດ້ອອກຖະແຫຼງປະນາມ ແລະ ປະກາດວ່າຈະຈັດການຊ້ອມຮົບທາງທະຫານ ເຊິ່ງລວມເຖິງການທົດສອບຍິງລູກສອນໄຟ ທີ່ໃຫ້ກັບຊາຍແດນໄຕ້ຫວັນໃນຊ່ວງເຊົ້າຂອງວັນທີ 3 ສິງຫາ 2022 ແລະ ຈະຈັດການຊ້ອມຮົບໃນບໍລິເວນຮອບເກາະໄຕ້ຫວັນຕັ້ງແຕ່ວັນທີ 4 ສິງຫາ 2022, ໃນຂະນະທີ່ ທາງສະຖານີໂທລະທັດ ຊີຊີທີວີ ລາຍງານວ່າ ຈີນໄດ້ເລີ່ມການຊ້ອມຮົບທາງທະເລ ແລະ ທາງອາກາດຮອບເກາະໄຕ້ຫວັນແລ້ວ.

ກະຊວງການຕ່າງປະເທດຂອງຈີນຖະແຫຼງການ ປະນາມອາເມຣິກາ ຫຼັງຈາກ ນາງ ເພໂລຊີ ເດີນທາງຮອດໄຕ້ຫວັນ ໂດຍກ່າວວ່າ ເປັນການລະເມີດຫຼັກການຈີນດຽວ ຈະສົ່ງຜົນກະທົບຕໍ່ຮາກຖານຄວາມສຳພັນທາງການເມືອງລະຫວ່າງຈີນ ແລະ ອາເມຣິກາ ແລະ ສັນຕິພາບໃນໄຕ້ຫວັນ.

ຈາກຖະແຫຼງການດັ່ງກ່າວ ຈີນຂັດຄ້ານ ແລະ ບໍ່ສາມາດຍອມຮັບການເດີນທາງຢ້ຽມໄຕ້ຫວັນຂອງສະມາຊິກລັດສະພາອາເມຣິກາ ລວມເຖິງການເດີນທາງຂອງນາງ ເພໂລຊີ.

ແຫຼ່ງຂ່າວຈາກ Bloomberg

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...