spot_img
Homeຂ່າວພາຍ​ໃນກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ VII

ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄັ້ງທີ 7 ສະໄໝທີ VII

Published on

ໃນຕອນເຊົ້າຂອງວັນທີ 1 ສິງຫາ 2022, ທີ່ສະໂມສອນ ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 7 ສະໄໝທີ VII, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 2 ວັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຕີລາຄາຄວາມຮັບຜິດຊອບການເມືອງຂອງຄະນະພັກຂັ້ນຕ່າງໆໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ລະບຽບກົດໝາຍຂັ້ນເທິງວາງອອກ ແລະບັນດາວຽກງານທີ່ສໍາຄັນເປັນຕົ້ນແມ່ນ:ການລາຍງານ ການນໍາພາ-ຊີ້ນໍາ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ການເງິນ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022, ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຂອງຄະນະພັກຂັ້ນຕ່າງໆຜ່ານມາ ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ແລະ ພ້ອມກັນຄົ້ນຄວ້າເອກະພາບ ກ່ຽວກັບທິດທາງຈຸດສຸມ, ມາດຕະການສູ້ຊົນຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2022 ແລະ ເພື່ອໃຫ້ບັນດາຄາດໝາຍຕ່າງໆ ບັນລຸຕາມແຜນການປີວາງໄວ້,

ສຳລັບການເສີມຂະຫຍາຍທ່າແຮງຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ການຕີລາຄາການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ໃຫ້ມີຄວາມເຂັ້ມແຂງ, ການເພີ່ມທະວີສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຢູ່ພາຍໃນແຂວງ, ແຜນການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານຂອງບັນດາພະແນກການ, ອົງການ ຂັ້ນແຂວງ ແລະ ຂັ້ນເມືອງ, ການກະກຽມເຂົ້າຮ່ວມກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງຂອງສູນກາງພັກ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ແລະ ການຈັດຕັ້ງເຊື່ອມຊືມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໃນກອງປະຊຸມຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດາຜູ້ແທນແຕ່ລະສະຫາຍຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ເຈົ້າໜ້າທີ່ກອງກວດກາປ່າໄມ້ ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ ຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ລົງກວດກາພົບເຫັນການລັກລອບຕັດໄມ້, ເລື່ອຍໄມ້ຢູ່ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ໄວ້, ປັດຈຸບັນເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ. ອີງຕາມຂໍ້ມູນຈາກກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງ...

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19...

ມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ.

ຂໍຂອບໃຈຫຼາຍໆ! ພິທີມອບ-ຮັບການຊ່ວຍເຫຼືອອຸປະກອນການແພດ ແລະ ວັກຊີນປ້ອງກັນພະຍາດ ມູນຄ່າ 10,2 ລ້ານຢວນ. ໃນຕອນເຊົ້າຂອງວັນທີ 16 ພຶດສະພາ 2025 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າ (ອຸປະກອນການແພດ ແລະ...

img4