spot_img
Homeຂ່າວຕ່າງປະເທດມຽນມາຈັບຄົນຍີ່ປຸ່ນໃນຖານຮ່ວມການປະທ້ວງ

ມຽນມາຈັບຄົນຍີ່ປຸ່ນໃນຖານຮ່ວມການປະທ້ວງ

Published on

ເຈົ້າໜ້າທີ່ມຽນມາຈັບຕົວ ທ້າວ ໂທຣຸ ຄຸໂບຕະ ຜູ້ຜະລິດສາລະຄະດີຊາວຍີ່ປຸ່ນ ໃນວັນທີ 30 ກໍລະກົດ ທີ່ຜ່ານມາ, ຫຼັງຈາກທີ່ລາວໄດ້ເຂົ້າຮ່ວມການປະທ້ວງຕໍ່ຕ້ານລັດຖະປະຫານໃນນະຄອນຢ່າງກຸ້ງໃນມຽນມາ ໂດຍທາງສະຖານທູດຍີ່ປຸ່ນໃນມຽນມາເປີດເຜີຍວ່າ ໄດ້ຂໍໃຫ້ທາງການມຽນມາປ່ອຍຕົວ ຄຸໂບຕະ, ຂະນະທີ່ເຈົ້າໜ້າທີ່ສະຖານທູດຍີ່ປຸ່ນລະບຸວ່າ ຄຸໂບຕະ ໄດ້ຖືກຄວບຄຸມໂຕແລ້ວໄປ ສືບສວນ-ສອບສວນ ທີ່ສະຖານີຕຳຫຼວດໃນຢ່າງກຸ້ງ.

ຈາກການລາຍງານຂອງສຳນັກຂ່າວ ກຽວໂດ ໄດ້ລາຍງານວ່າ: ທ້າວ ຄຸໂບຕະ ໄດ້ຖືກຈັບມາແລ້ວໃນເດືອນ ເມສາ ປີ 2021 ຖືກດຳເນີນຄະດີໃນຖານເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງ ແລະ ລະເມີດຂໍ້ກຳນົດດ້ານວິຊ່າ ກ່ອນທີ່ຈະໄດ້ຮັບການປ່ອຍໂຕໃນເດືອນຖັດມາ ຕາມຂໍ້ຮຽກຮ້ອງຂອງລັດຖະບານຍີ່ປຸ່ນ.

ປັດຈຸບັນການປະທ້ວງໃນມຽນມາຍັງຄົງເກີດຂຶ້ນ ແລະ ອາດຈະຮຸນແຮງຂຶ້ນໃນອະນາຄົດ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...