ຂົວຫັກລົງມາທັບລົດທີ່ປະເທດໄທ

0
967

ເກີດເຫດຂົວແຕກບາງສ່ວນຕົກລົງມາທັບລົດ ຈົນເຮັດມີຄົນຕາຍ ທີ່ປະເທດໄທ.

ວັນທີ 31 ກໍລະກົດ ຈາກການລາຍງານຂອງສຳນັກຂ່າວປະເທດໄທ ໄດ້ລາຍງານວ່າ: ເກີດເຫດຂົວທີ່ຢູ່ໃນລະຫວ່າງການກໍ່ສ້າງ ແຕກຫັກລົງມາທັບລົດເກັງ ແລະ ລົດກະບະ ຢູ່ເທິງສະພານສະພານຖະໜົນພະຣາມ2 ທີ່ກຳລັງສັນຈອນຕາມຖະໜົນຢ່າງປົກກະຕິ.

ຈາກການລາຍງານເບື້ອງຕົ້ນ ຢືນຢັນວ່າມີຜູ້ບາດເຈັບ 3 ຄົນ ແລະ ເສຍຊີວິດ 1 ຄົນ ຂະນະທີ່ສະພາບຈາລະຈອນຕິດໜັກເປັນເວລາຫຼາຍຊົ່ວໂມງ.