Homeຂ່າວທ້ອງຖິ່ນອ້າຍຕຳຫຼວດບອກ ໂຕເອງບໍ່ໄດ້ເປັນເອດຕາມຂ່າວ

ອ້າຍຕຳຫຼວດບອກ ໂຕເອງບໍ່ໄດ້ເປັນເອດຕາມຂ່າວ

Published on

ເຈົ້າໜ້າທີ່ຕຳຫຼວດທ່ານໜຶ່ງ ທີ່ຕົກເປັນຂ່າວໃນໂລກອອນລາຍນ໌ ວ່າເປັນເອສແລະພະຍາຍາມແພ່ເຊື້ອ ໄດ້ອອກມາບອກວ່າໂຕເອງບໍ່ໄດ້ເປັນເອສ ພ້ອມໃບຢັ້ງຢືນຜົນການກວດພະຍາດ

ພາຍຫຼັງທີ່ມີຜູ້ບໍ່ຫວັງດີໃນໂລກອອນລາຍນ໌ ກ່າວຫາວ່າ ທ້າວ ໄກ່ສະໝອນ ພະນັກງານຕຳຫຼວດເມືອງໂຄງເຊດົນ ແຂວງສາລະວັນ ເປັນຜູ້ປ່ວຍເອສ ແລະພະຍາຍາມຫາວິທີແພ່ເຊື້ອສູ່ສັງຄົມ ໃນໄລຍະທີ່ຜ່ານມານັ້ນ. ຫຼ້າສຸດຜູ້ກ່ຽວໄດ້ອອກມາບອກວ່າໂຕເອງບໍ່ໄດ້ເປັນເອສ ແລະບໍ່ໄດ້ມີພຶດຕິກຳສ່ຽງ ພ້ອມທັງສະແດງຜົນການກວດຈາກໂຮງໝໍ ແລະຢືນຢັນວ່າຜູ້ກ່ຽວບໍ່ມີເຊື້ອເອສ.

ຕໍ່ຜູ້ທີ່ໄດ້ສ້າງຂ່າວລືໃນໄລຍະທີ່ຜ່ານມານັ້ນ ເຈົ້າໜ້າທີ່ຕຳຫຼວດກຳລັງຕິດຕາມໂຕ ມາລົງໂທດຕາມລະບຽບກົດໝາຍ

10297757_746262245445742_1996941822577540147_n

10352279_351356771708513_2044639338954158841_n

10389483_351356821708508_4216077710918521417_n

10405585_351356805041843_8898845299189385306_n

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...