ເຫດຄົນຈົມນ້ຳເສຍຊີວິດ

0
1023

ໃນວັນພະຫັດ ທີ 28 ກໍລະກົດ ເວລາ 8 ໂມງ  ທາງໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ ໄດ້ຮັບລາຍງານວ່າ ມີຄົນຈົມນ້ຳ ຢູ່ທ່າບັ້ງໄປເກົ່າ ບ້ານຂາມງອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ເມື່ອໜ່ວຍກູ້ໄພ ໄປຮອດຈຶ່ງໄດ້ຈັດທີມຄົ້ນຫາໃຕ້ນ້ຳລົງກວດສອບແລະຄົ້ນຫາຮ່າງຂອງຜູ້ເສຍຊີວິດເປັນເວລາປະມານ4ຊົ່ວໂມງກໍໄດ້ພົບເຫັນຮ່າງຂອງຜູ້ເສຍຊີວິດເປັນເພດ ຊາຍ ຊື່ທ້າວ ມົວ ອາຍຸ 19 ປີ ບ້ານຈັນວາງ ເມືອງຮຸນ ແຂວງອຸດົມໄຊ.

ທາງໜ່ວຍກູ້ໄພໄດ້ນຳຮ່າງຜູ້ເສຍຊີວີດ ນຳສົ່ງກັບບ້ານ ເພື່ອໄປເຮັດພິທີທາງສາດສະໜາແລ້ວ.

ແຫຼ່ງຂ່າວຈາກ ໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຜູ້ດ້ອຍໂອກາດ