Homeຂ່າວການຮ່ວມມືລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍ ການຮ່ວມມືດ້ານ ເຕັກໂນໂລຊີ ແລະ ນະວັດຕະກໍາ

ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍ ການຮ່ວມມືດ້ານ ເຕັກໂນໂລຊີ ແລະ ນະວັດຕະກໍາ

Published on

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2022 ທີ່ຜ່ານມາ, ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຈົາ ວັນ ມິງ ພ້ອມດ້ວຍຄະນະຢ່າງອົບອຸ່ນຖານອ້າຍນ້ອງເພື່ອນມິດສະຫາຍ, ທັງສອງຝ່າຍຍັງໄດ້ຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງສສ ຫວຽດນາມ, ມີເອກອັກຄະລັດຖະທູດສສ ຫວຽດນາມ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີ, ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ໃນກອງກອງປະຊຸມດັ່ງກ່າວ, ສອງຝ່າຍຕົກລົງເປັນເອກະພາບໃນການຮ່ວມມືຫລາຍກິດຈະກໍາ ຄື: ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນກົມ ຢ່າງໜ້ອຍປີລະຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ; ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຍິນດີໃຫ້ການຊ່ວຍເຫລືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການພັດທະ ນາຊັບພະຍາກອນມະນຸດ ພາຍໃຕ້ບັນດາຮູບແບບການຝຶກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ), ຈັດກອງປະຊຸມ, ການສໍາມະນາ ແລະ ກອງປະຊຸມວິຊາການ; ຮ່ວມມືສ້າງ ແລະ ຈັດຕັ້ງປະຕິບັດບັນດາໂຄງ ການ ຄົ້ນຄວ້າກ່ຽວກັບ ເຕັກໂນໂລຊີອັດສະລິຍະ ເຊັ່ນ:

ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ, ກຸ່ມຂໍ້ມູນຂະໜາດໃຫຍ່, ການປະມວນຜົນຜ່ານລະບົບຄລາວ, ປັນຍາປະດິດ ແລະ ອິນເຕີເນັດສັບພະສິ່ງ; ແລກປ່ຽນຂໍ້ມູນ, ສິ່ງພິມ ແລະ ບັນດາເອກະສານຜົນການຄົ້ນຄວ້າເຕັກໂນໂລຊີ ແລະ ນະວັດຕະກໍາ; ແລກປ່ຽນຊ່ຽວຊານ ແລະ ນັກຄົ້ນຄວ້າ; ຮ່ວມກັນສ້າງບົດສະເໜີໂຄງການ ສະເໜີເຖິງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືກໍ່ສ້າງສູນລະດັບຊາດ ເພື່ອເກັບກຳ/ບໍລິຫານ ຂໍ້ມູນ ແລະ ປະມວນຜົນຜ່ານລະບົບຄລາວ, ສູນເກັບຮັກສາຂໍ້ມູນ ແລະ ເເຈ້ງເຕືອນແຜ່ນດິນໄຫວ ຂອງ ສປປ ລາວ; ຮ່ວມກັນສ້າງບົດສະເໜີໂຄງການສະເໜີ ເຖິງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືກໍ່ສ້າງສູນຮຽນຮູ້ລະດັບຊາດ ດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ, ສູນບົ່ມເພາະເຕັກໂນໂລຊີ ແລະ ນະວັດຕະກໍາ; ຮ່ວມມືສ້າງສູນຝຶກອົບຮົມ ແລະ ຖ່າຍທອດເຕັກໂນໂລຊີ ລາວ-ຫວຽດນາມ; ຮ່ວມມືຈັດເວທີສົ່ງເສີມການຖ່າຍທອດເຕັກໂນໂລຊີ ລາວ-ຫວຽດ ນາມ ທຸກໆປີ ແລະ ບັນດາຂົງເຂດຮ່ວມມືອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...