spot_img
Homeຂ່າວພາຍ​ໃນຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ຮັບຫຼຽນກາມິດຕະພາບ

ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ຮັບຫຼຽນກາມິດຕະພາບ

Published on

ໃນຕອນເຊົ້າຂອງ ວັນທີ 26 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ບີອາເຕ ດັດສ໌ເທວ (Ms. Beate Dastel), ຮອງຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ທີ່ມີຜົນງານອັນພົ້ນເດັ່ນໃນການປະກອບສ່ວນຢ່າງຫຼວງຫຼາຍໃນການຂົນຂວາຍການ ລະດົມທຶນຮອນ ແລະ ຊ່ວຍເຫຼືອເຕັກນິກວິຊາການໃຫ້ແກ່ ສປປ ລາວ ແລະ ໃນໂອກາດທີ່ທ່ານໄດ້ສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ, ລັດຖະ ບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງເຫັນດີຍ້ອງຍໍ ແລະ ມອບຫຼຽນກາມິດຕະພາບ ໃຫ້ແກ່ຜູ້ກ່ຽວ ຊຶ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ເພື່ອປະດັບຫຼຽນດັ່ງກ່າວແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ບັນດາກົມທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມພິທີຢ່າງພ້ອມພຽງ.

ທ່ານ ນາງ ບີອາເຕ ດັດສ໌ເທວ ໄດ້ຖືກແຕ່ງຕັ້ງ ໃຫ້ມາເປັນ ຮອງຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ ຕັ້ງ ແຕ່ປີ 2019, ໂດຍຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ທ່ານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ວຽກງານການຊ່ວຍ ເຫຼືອຂອງອົງການ UNICEF ຕໍ່ ສປປ ລາວ, ກໍ່ຄືການຊຸກຍູ້ ແລະ ສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານການພັດທະນາເດັກນ້ອຍ, ສົ່ງເສີມໂພຊະນາການເດັກ, ການປັບປຸງການສຶກສາໃນຂັ້ນອະນຸບານ, ການເສີມຂະຫຍາຍ ແລະ ປັບປຸງການໃຫ້ບໍລິການ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດຕິດແປດຕ່າງໆ, ນໍ້າສະອາດໃນເຂດຊຸມຊົນ ແລະ ສະຖານທີ່ການສຶກສາຕ່າງໆໃນເຂດຫ່າງໄກສອກຫຼີກ, ການຊ່ວຍເຫຼືອສຸກເສີນໃນເວລາເກີດ ແລະ ການຟື້ນຟູພາຍຫຼັງໄພພິບັດ ໂດຍສະເພາະແມ່ນການຊຸກຍູ້ວຽກງານການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ຕິດພັນກັບແມ່ຍິງ ແລະ ເດັກນ້ອຍ, ກະກຽມຄວາມພ້ອມໃນການຮັບມື ເເລະ ຟື້ນຕົວຈາກ ໂຄວິດ-19 ເຊັ່ນ: ສະໜອງອຸປະກອນທາງການແພດ, ໂພຊະນາການ ແລະ ສຸຂາພິບານ ໃຫ້ແກ່ລັດຖະບານລາວ, ຊ່ວຍລະດົມ ແລະ ປະ ສານງານກັບລັດຖະບານ ແລະ ສາກົນ ໃນການຂົນສົ່ງ ແລະ ການມອບຮັບວັກຊີນ ຕ້ານໂຄວິດ 19 ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການ COVAX.

ສຳລັບ ອົງການ UNICEF ກຳລັງຈັດຕັ້ງປະຕິບັດແຜນງານການຮ່ວມມືການພັດທະນາຢູ່ ສປປ ລາວ ສຳລັບສົກປີ 2022-2026 ຊຶ່ງໄດ້ສຸມໃສ່ວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ, ວຽກງານສຶກສາແຜນງານນໍ້າ ແລະ ສຸຂະອະນາໄມ, ວຽກງານປົກປ້ອງເດັກ, ວຽກງານນະໂຍບາຍ, ວາງແຜນ, ຕິດຕາມ ແລະ ປະເມີນຜົນ, ວຽກງານໂຄສະນາ ແລະ ສື່ສານມວນຊົນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.

ນອກນັ້ນ, ທ່ານ ນາງ ບີອາເຕ ຍັງໄດ້ປະກອບສ່ວນເຂົ້າໃນການສະໜັບສະໜູນ ແຜນງານຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ UNICEF ໃນໄລຍະ 2017-2021 ເປັນເງິນຈໍານວນ 68 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: lao national radio

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...