spot_img
Homeຂ່າວພາຍ​ໃນເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ

ເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ

Published on

ການເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ ແມ່ນຂີດໝາຍແຫ່ງການຊ່ວຍເຫຼືອເພື່ອນສະຫາຍດ້ວຍກັນ.

ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແມ່ນສັນຍາລັກຂອງມິດຕະພາບແຫ່ງການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ມິດຕະພາບອັນດີງາມຂອງລາວ – ຈີນ ສາມາດຍົກສູງຄຸນະພາບໃນການບໍລິການທາງດ້ານວຽກງານການແພດຂອງເຫຼົ່າຮົບເສນາຮັກ ສອງກອງທັບລາວ – ຈີນ ໃຫ້ນັບມື້ນັບສູງເດັ່ນຂຶ້ນເລື່ອຍໆ.

ສະຫາຍ ພັນເອກພິເສດ ສີ ເຕີກວາງ ຫົວໜ້າການທະຫານທີມງານເສນາຮັກຂະບວນລົດໄຟສັນຕິພາບ 2022 ລາວ – ຈີນ ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ຮູ້ວ່າ: ການຫັດແອບ, ເຝິກຊ້ອມກອບຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ຮ່ວມກັນ ຂອງເຫຼົ່າເສນາຮັກກອງທັບປະຊາຊົນລາວ ກັບ ເຫຼົ່າຮົບເສນາຮັກກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ເປັນການຊຸກຍູ້ສົ່ງເສີມ, ປຶກສາຫາລື, ແລກປ່ຽນບົດຮຽນທາງດ້ານວຽກງານການແພດເຊິ່ງກັນ ແລະ ກັນ ແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງມີຄຸນນະພາບ ເຊິ່ງຂະບວນລົດໄຟສັນຕິພາບມີ 3 ຈຸດພິເສດຄື: ໃນເບື້ອງຕົ້ນແມ່ນລົດໄຟພົນລະເຮືອນ ແຕ່ກອງທັບໄດ້ພັດທະນາປັບປຸງໃຫ້ກາຍເປັນລົດໄຟເສນາຮັກຂອງກອງທັບ, ເພື່ອປະຕິບັດໜ້າທີ່ວຽກງານດ້ານການແພດໄດ້ຢ່າງວ່ອງໄວທັນເວລາ ສາມາດຮັບຄົນເຈັບໄດ້ 456 ຄົນໃນນີ້ສາມາດຮອງຮັບຄົນເຈັບທໍາມະດາ, ບາດເຈັບສາຫັດ, ຮັບປະກັນອຸປະກອນເຕັກນິກທາງດ້ານການແພດໃນການຜ່າຕັດທີ່ທັນສະໄໜ, ບັນລຸມາດຖານຂອງໂຮງໝໍຂັ້ນ 3 ຂອງປະເທດ ສປ ຈີນ, ມີເງື່ອນໄຂທັງປິ່ນປົວ ແລະ ນໍາສົ່ງຄົນເຈັບໄປໂຮງໝໍແນວຫຼັງດ້ວຍຄວາມໄວ 120 -160 ກິໂລແມັດ ຕໍ່ຊົ່ວໂມງ, ນອກຈາກນີ້ໃນຕໍ່ໜ້າກອງທັບປົດປ່ອຍປະຊາຊົນຈີນມີແຜນກໍ່ສ້າງລົດໄຟຮັບປະກັນວຽກງານເສນາຮັກຂອງທັບ ທີ່ມີຄວາມໄວສູງ 200 – 300 ກິໂລແມັດ ຕໍ່ຊົ່ວໂມງ.

ສະຫາຍ ພັນເອກ ຟູ ແຫຼ ຮອງຫົວໜ້າຄະນະບັນຊາລວມ ຂະບວນລົດໄຟສັນຕິພາບ ລາວ – ຈີນ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນໃຫ້ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ (ຂະບວນລົດໄຟສັນຕິພາບ 2022) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ, ເຝິກຊ້ອມຮ່ວມກັບ ຝ່າຍລາວ ຢ່າງລະອຽດ ພ້ອມທັງມອບໝາຍໜ້າທີ່ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມນໍາສົ່ງຄົນເຈັບສົ່ງໂຮງໝໍແນວຫຼັງ, ການປິ່ນປົວ ແລະ ການບັນຊາການເຝິກຊ້ອມຮ່ວມກັນ, ຈຸດປະສົງກໍ່ເພື່ອແລກປ່ຽນວິທີການກອບກູ້ໄພພິບັດທາງທໍາມະຊາດສຸກເສີນເຊິ່ງກັນ ແລະ ກັນໃຫ້ເຂົ້າສູ່ລວງເລິກ, ການນໍາໃຊ້ເຕັກນິກວິຊາການທາງດ້ານການແພດທີ່ທັນສະໄໜ ໂດຍສະເພາະແມ່ນ ຫ້ອງວິເຄາະ PCR ຊອກຫາເຊື້ອໂຄວິດ ແລະ ຍົນບໍມີຄົນຂັບຂ້າເຊື້ອພະຍາໂຄວິດ -19 ທັງນີ້ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງວຽກງານການແພດຂອງສອງກອງທັບລາວຈີນໃຫ້ສູງເດັ່ນຂຶ້ນຢ່າງບໍຢຸດຢັ້ງ.

ໃນປີ 2017, 2018, 2019 ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດກິດຈະກໍາຂະບວນລົດໄຟສັນຕິພາບ ຮ່ວມກັນ 3 ຄັ້ງ, ປີ 2020 ຫາ 2021 ບໍ່ໄດ້ຈັດກິດຈະກໍາຮ່ວມກັນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ສະນັ້ນໃນປີນີ້ຂະບວນລົດໄຟສັນຕິພາບລາວ – ຈີນ ຈະກາຍເປັນກົນໄກການຮ່ວມມື ຂອງສອງກອງທັບຕະຫຼອດໄປ ຜ່ານການເຂົ້າຮ່ວມການຫັດແອບ, ເຝິກຊ້ອມຮ່ວມກັນເຫັນໄດ້ວ່າ ເຫຼົ່າຮົບເສນາຮັກກອງທັບປະຊາດຊາຊົນລາວມີຄວາມຊໍານິຊໍານານ ແລະ ຄ່ອງແຄ້ວ ໃນການກອບກູ້ຊ່ວຍເຫຼືອ ແລະ ປິ່ວປົວຄົນເຈັບໄດ້ເປັນຢ່າງດີ, ມີຄວາມສາມັກຄີຮັກແພງ, ໃຫ້ການຊ່ວຍເຫຼືອ, ອໍານວຍຄວາມສະດວກໃນການເຄື່ອນໄຫວໜ້າທີ່ວຽກງານຢ່າງເຕັມສ່ວນ ເຖິງວ່າທີມງານທີມແພດກອງທັບປົດປ່ອຍປະຊາຊົນຈີນຈະເດີນທາງອອກຈາກປະເທດມາໄກ ແຕ່ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍທີມແພດກອງທັບປະຊາຊົນລາວ ຄືດັ່ງຢູ່ບ້ານຕົນເອງ ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມ ສອງຝ່າຍ ມີປະສິດທິຜົນສູງ ເຊິ່ງເປັນການສືບຕໍ່ເສີມສ້າງສາຍພົວພັນອັນດີງາມ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ແຫຼ່ງຂ່າວຈາກ Lao people’s Army News

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...