spot_img
Homeຂ່າວພາຍ​ໃນເມືອງວັງວຽງຈັດການເຄື່ອງມືທຳລາຍປ່າ

ເມືອງວັງວຽງຈັດການເຄື່ອງມືທຳລາຍປ່າ

Published on

ໃນວັນທີ 20 ກໍລະກົດ 2022 ນີ້, ເມືອງວັງວຽງ ແຂວງວຽງຈັນ. ໄດ້ຈັດພິທີ ທຳລາຍເຄື່ອງຕັດໄມ້ (ຈັກສະຕິນ) ເຊິ່ງນັບຕັ້ງແຕ່ປີ 2018 ເປັນຕົ້ນມາ ເຈົ້າໜ້າທີ່ກວດກາປ່າໄມເມືອງສາມາດຢຶດໄດ້ຈັກຕັດໄມ້ ທັງໝົດ 44 ເຄື່ອງ ແລະ ປກສ ເມືອງມາມອບໃຫ້ 23 ເຄື່ອງ ລວມທັງໝົດ 66 ເຄື່ອງ.

ນອກນັ້ນ ຍັງມີ ສີ້ນສ່ວນສັດປ່າ 6,8 ກິໂລກຣາມ, ອົ້ນ 2 ກິໂລ, ກະຮອກ 8 ໂຕ 1,5 ກິໂລ, ໄກ່ປ່າ 2 ໂຕ 1,5 ກິໂລ, ນົກນ້ອຍ 0,5 ກິໂລລວມ 13,7 ກິໂລກຼາມ, ສ່ວນຜູ້ຖືກຫາແມ່ນຫ້ອງການພວກເຮົາໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກໄວ້ເພື່ອເປັນຫຼັກຖານ.

ແຫຼ່ງຂ່າວ:  NBC LAO NEWS

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...