spot_img
Homeຂ່າວພາຍ​ໃນທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສາທາລະນະລັດກູບາ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສາທາລະນະລັດກູບາ

Published on

ເມື່ອບໍ່ດົນມານີ້, ທ່ານ ວັນທາ ແສງເມືອງ ໄດ້ເຂົ້າຍືນສານຕາຕັ້ງຕໍ່ ທ່ານ Miguel Diaz-Canel, ປະທານປະເທດ ແຫ່ງ ສາທາລະນະລັດກູບາ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ປະຈໍາ ສາທາລະນະລັດກູບາ.

ໂອກາດນີ້, ທ່ານປະທານປະເທດ Miguel Diaz-Canel ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ທ່ານເອກອັກຄະລັດຖະທູດລາວຄົນໃໝ່ ປະຈໍາ ສາທາລະນະລັດກູບາ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ກູບາໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ສິດ ແລະ ເພື່ອນຮ່ວມອຸດົມການອັນດຽວກັນ, ທ່ານປະທານປະເທດ ແຫ່ງ ສາທາລະນະລັດກູບາ ຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເວລາໃດກໍໃຫ້ການສະໜັບສະໜູນ ສາທາລະນະລັດກູບາ ທັງຢູ່ໃນເວທີພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດ ກູບາ ແລະ ລາວ ຈະໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.

ໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງເຖິງ ທ່ານ Miguel Diaz-Canel ແລະ ຜ່ານ ທ່ານ ໄປຍັງ ທ່ານ Raul Castro Ruz ກໍຄື ປະຊາຊົນກູບາ, ພ້ອມໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ.

ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຂົງເຂດຕ່າງໆເປັນຕົ້ນ ດ້ານສາທາລະນະສຸກ, ການສຶກສາ, ກິລາ ແລະ ຂະແໜ່ງການອື່ນໆ ໃຫ້ໄດ້ຮັບການເສີມຂະຫຍາຍຍິ່ງໆຂື້ນ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...