Homeຂ່າວພາຍ​ໃນກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ກຳນົດ 8 ໜ້າ​ວຽກ ສະຫຼອງປີສາມັກຄີລາວ-ຫວຽດນາມ

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ກຳນົດ 8 ໜ້າ​ວຽກ ສະຫຼອງປີສາມັກຄີລາວ-ຫວຽດນາມ

Published on

ຄະ​ນະ​ຮັບ​ຜິດ​ຊອບ​ສ້າງ​ກິດ​ຈະ​ກຳ ແລະ ​ຂະ​ບວນ​ການ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ປະ​ຊຸມ​ຄົ້ນ​ຄວ້າ​ໃນ​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຕ່າງໆ​ຢູ່​ຂັ້ນ​ກະ​ຊວງ ແລະ ສະ​ເໜີ​ຕໍ່​ຄະ​ນະ​ຊີ້​ນຳ​ລະ​ດັບ​ຊາດ ໂດຍ​ອີງ​ໃສ່ 8 ໜ້າ​ວຽກ​ທີ່​ຄະ​ນະ​ຊີ້​ນຳ​ລະ​ດັບ​ຊາດ​ກຳ​ນົດ.

ທ່ານ ພົນ​ໂທ ທອງ​ລອຍ​ ສິລິ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ລວມ​ຄະ​ນ​ະຮັບ​ຜິດ​ຊອບ​ສ້າງ​ກິດ​ຈະ​ກຳ ແລະ ຂະ​ບວນ​ການ​ສະ​ເຫຼີມ​ສະ​ຫຼອງ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ 2022 ໄດ້​​ຖະ​ແຫຼງ​ຂ່າວ​ການ​ກະ​ກຽມການ​ສະ​ເຫຼີມ​ສະຫຼອງປີ​ສາ​ມັກ​ຄີມິດ​ຕະ​ພາບ ລາວ-ຫວຽດ​ນາມ, ໃນ​ວັນ​ທີ 13 ກໍ​ລະ​ກົດ​ນີ້​ ທີ່ກະ​ຊວ​ງປ້ອງ​ກັນ​ປະ​ເທດ​ວ່າ: ພິ​ທີ​ເປີດ​​ສະ​ເຫຼີມ​ສະ​ຫຼອງລວມ​​ກັນ ໄດ້​ຈັດ​ຂຶ້ນ​ຢູ່ ສ​ສ ຫວຽດ​ນາມ​ ໃນ​ວັນທີ 8 ມັງ​ກອນ 2022, ເນື່ອງ​ໃນ​ໂອ​ກາດ​ທີ່​ ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ​ ​​ເດີນ​ທາງ​ຢ້ຽ​ມ​ຢາມ ສ​ສ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການລະ​ຫວ່າງ ວັນ​ທີ 8 – 10 ມັງ​ກອນ ​ຜ່ານ​ມາ, ​ພ້ອມ​ທັງ​ເຂົ້າ​ຮ່ວມ​ພິ​ທີ​ເປີດສະ​ເຫຼີມ​ສະຫຼອງປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລາວ-ຫວຽດ​ນາມ ປີ 2022.

ທ່ານ ພົນໂທ ທອງລອຍ ສິລິວົງ ໄດ້ລາຍງານກ່ຽວກັບການເຄື່ອນໄຫວກິດຈະກໍາຕ່າງໆ ປະກອບ​ມີດັ່ງນີ້:

  1. ສໍາລັບ​ພິ​ທີ​ປິດຈະ​ຈັດ​ຂຶ້ນ​ໃນ​ເດືອນທັນວາ 2022 ທີ່​ນະ​ຄອນຫຼວງວຽງ​ຈັນ. ສ່ວນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ຈະ​ຈັດ​ຢູ່​ເມືອງວຽງ​ໄຊ ແຂວງຫົວ​ພັນ
  2. ຈະ​ມີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ 16 ຄະ​ນະ (ຂັ້ນ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກົມໃຫຍ່, ອົງ​ການ, ກອງ​ພົນ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ)
  3. ຈັດ​ຕັ້ງ​ປາ​ຖະ​ກະ​ຖາ​, ໂຮມ​ຊຸມ​ນຸມ
  4.  ແລກ​ປ່ຽນ​ສານອວຍ​ພອນ
  5.  ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ
  6. ຈັດ​ງານ​​ຕະຫຼາດ​ນັດ, ວາງ​ສະ​ແດງ​ສິນ​ຄ້າ
  7. ຈັດ​ຕັ້ງ​ໂຄ​ສະ​ນາ, ຖ​ະ​ແຫຼງ​ຂ່າວ
  8.  ສ້າງ​ຂະ​ບວນ​ການ​ແຂ່ງ​ຂັນ​ຍ້ອງ​ຍໍ.

ການສະເຫຼີມສະຫຼອງປີສາມັກຄີມິດຕະພາບໃນຄັ້ງນີ້ ແມ່ນສະແດງອອກເຖິງເຈດຈຳນົງອັນແນ່ນອນ ຂອງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ ແລະ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ໄດ້ກໍ່ຕັ້ງນັ້ນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງ ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ກັບການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເປັນຕົ້ນແມ່ນການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ ຕະຫຼອດໄລຍະຂອງການປະຕິວັດລາວ ທັງເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ແລະ ປະຊາຊົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຮຸ່ນສືບທອດ ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ເພື່ອສືບຕໍ່ປົກປັກຮັກສາ ແລະ ເສີຍຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍຄືປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ສະເພາະກອງທັບປະຊາຊົນລາວ, ຕະຫຼອດໄລຍະທີ່ຜ່ານມາກໍໄດ້ມີການພົວພັນຮ່ວມມືຢ່າງມີຜົນສຳເລັດໃນຫຼາຍດ້ານກັບກອງທັບປະຊາຊົນຫວຽດນາມ ເປັນຕົ້ນແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ການກໍ່ສ້າງພະລາທິການ-ເຕັກນິກ, ການກອບກູ້ຕ້ານໄພພິບັດທຳມະຊາດ, ຕ້ານພະຍາດລະບາດ ແລະ ອື່ນໆ.

ແຫຼ່ງຂ່າວຈາກ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...