spot_img
Homeຂ່າວພາຍ​ໃນຄັງເງິນແຫ່ງຊາດ ຮ່ວມມືກັບທະນາຄານ ຈີນ ໃຫ້ບໍລິການຮັບຊຳລະການມອບພັນທະເຂົ້າບັນຊີງົບປະມານແຫ່ງລັດ

ຄັງເງິນແຫ່ງຊາດ ຮ່ວມມືກັບທະນາຄານ ຈີນ ໃຫ້ບໍລິການຮັບຊຳລະການມອບພັນທະເຂົ້າບັນຊີງົບປະມານແຫ່ງລັດ

Published on

ຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະ ຄອນຫຼວງວຽງຈັນ (ICBC) ໄດ້ຕົກລົງຮ່ວມມືການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ. ເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດິຈິຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນ ເປັນທັນສະໄໝແຕ່ປີ 2021-2025 .

ໃນວັນທີ 8 ກໍລະກົດ 2022 ໄດ້ມີພິທີເຊັນສັນຍາ ລະຫວ່າງທ່ານນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ແລະ ທ່ານ ຊຸນເຟິ່ງເຫລີຍ ຜູ້ອຳນວຍການໃຫຍ່ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫລວງວຽງຈັນ, ໃຫ້ກຽດເປັນສັກຄີພະຍານໂດຍ ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດ ຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະກົມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ການໃຫ້ບໍລິການຮັບຊຳລະ ການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເປັນການພັດທະນາການເຊື່ອມຕໍ່ໂດຍກົງລະຫວ່າງ ລະບົບການຮັບຊຳລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາກອນ.

ສຳລັບການເປີດໃຫ້ບໍລິການ ຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນແມ່ນຈະເປີດໃຫ້ບໍລິການ ຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC, ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ. ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ, ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນ ທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະ ນາປັບປຸງລະບົບການຊຳລະ ຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ.

ໃນໂອກາດດັ່ງກ່າວ, ທະນາຄານ ICBC ສາຂານະຄອນ ຫລວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 77,39 ຕື້ກີບ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...