spot_img
Homeຂ່າວພາຍ​ໃນຢຶດຊີ້ນໝູທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 9.724 ກິໂລ ພ້ອມທໍາລາຍຊີ້ນສ່ວນສັດ

ຢຶດຊີ້ນໝູທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 9.724 ກິໂລ ພ້ອມທໍາລາຍຊີ້ນສ່ວນສັດ

Published on

ສັດຕະວະແພດ ດ່ານສາກົນ ແດນສະຫວັນ ຮ່ວມກັບຫຼາຍພາກສ່ວນຢຶດຊີ້ນໝູທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 9.724 ກິໂລ ພ້ອມທໍາລາຍຊີ້ນສ່ວນສັດດັ່ງກ່າວ.

ທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົນແດນສະຫວັນໃຫ້ສໍາພາດຕໍ່ຜູ້ສື່ຂ່າວວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງກະຊວງກະສີກໍາ-ປ່າໄມ້ ເລກທີ0160/ກປ ລົງວັນທີ 19/1/22 ວ່າດ້ວຍການໂຈະ, ການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊິວິດ ແລະ ຜະລິດຕະພັນໝູ ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູ ອາຟຮິກາ, ເຊິ່ງໃນຕອນເຊົ້າວັນທີ 7 ກໍລະກົດ 2022 ທີ່ຜ່ານມານີ້ ໄດ້ກວດຢຶດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດຫວຽດນາມ, ເຊິ່ງຕົ້ນກໍາເນີດຂອງສິນຄ້າ ແມ່ນຈາກປະເທດ ເບຼຊິນ ໂດຍຢືດໄດ້ຈາກລົດ ໝາຍເລກ 74C.098.28(ລົດແກ່ຫີນກາວ) ເຊິ່ງມີເປົ້າໝາຍ ຈໍາໝ່າຍຢູ່ຕະຫຼາດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9.724 ກິໂລ,ດັ່ງນັ້ນໃນວັນທີ 9 ກໍລະກົດ 2022 ນີ້, ຢູ່ບ້ານແດນສະຫວັນ ກໍ່ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດ, ໂຮຍປູນຂາວ, ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ.

ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງມີ ຄະນະໜ່ວຍງານກວດກາສັດຕະວະແພດດ່ານສາກົນແດນສະຫວັນ, ຕໍາຫຼວດ, ພາສີ, ອາຫານ ແລະ ຢາ ພ້ອມຄະນະປົກຄອງບ້ານແດນສະຫວັນເຂົ້າຮ່ວມ, ທັງນີ້ກໍ່ເພື່ອເປັນການຕ້ານ ແລະ ສະກັດກັ້ນ ສິນຄ້າທີ່ຫວງຫ້າມ ແລະ ນໍາເຂົ້າບໍ່ຖືກຕ້ອງໃຫ້ຖືກຕາມລະບຽບກົດໝາຍ, ທັງເປັນການປົກປ້ອງຜູ້ຜະລິດພາຍໃນ ເຊິ່ງຕົວຈິງບັນດາຟາມລ້ຽງໝູພາຍໃນແຂວງ ກໍ່ເຫັນວ່າມີຄວາມສາມາດຕອບສະໜອງພາຍໃນໄດ້ ອີກດ້ານໜຶ່ງກໍ່ເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ຂອງເຊື້ອພະຍາດ ທີ່ອາດຈະເກີດຂຶ້ນ.

ແຫຼ່ງຂ່າວຈາກ MediaLaos

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...