spot_img
Homeຂ່າວພາຍ​ໃນອົດສະຕຣາລີສະໜັບສະໜູນລາວ ປັບປຸງການເຊື່ອມຕໍ່ວຽກງານຄົມມະນາຄົມຂົນສົ່ງ ແລະ ການຄ້າ

ອົດສະຕຣາລີສະໜັບສະໜູນລາວ ປັບປຸງການເຊື່ອມຕໍ່ວຽກງານຄົມມະນາຄົມຂົນສົ່ງ ແລະ ການຄ້າ

Published on

ລັດຖະບານອົດສະຕຣາລີ ສະໜັບສະໜູນ ລັດຖະບານແຫ່ງ ສປປ ລາວ ເຂົ້າໃນວຽກງານການປັບປຸງດ້ານຂົນສົ່ງ ເພື່ອການເຊື່ອມຈອດ ແລະ ການເຊື່ອມໂຍງ, ສົ່ງເສີມການຄ້າຂ້າມແດນ ແລະ ລະບົບໂລຈິດສະຕິກ ຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທາງພາກເໜືອຂອງລາວ.

 

ພິທີລົງນາມວ່າດ້ວຍຂໍ້ຕົກລົງເພີ່ມຕື່ມສະບັບໃໝ່ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈດ້ານການຮ່ວມມືເພື່ອການພັດທະນາລະຫ່ວາງ ອົດສະຕຣາລີ ແລະ ສປປ ລາວ, ຕາງໜ້າການຮ່ວມລົງນາມຄັ້ງນີ້ ໂດຍ ທ່ານ ໂພລ ແຄລີ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ ແລະ ທ່ານ ນ. ວິໄລຄໍາ ໂພສາລາດ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຮ່ວມເປັນສັກຂີພະຍານ ໂດຍທ່ານ ວຽງສະຫັວດ ສີພັນດອນ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພິທີດັ່ງກ່າວໄດ້ຈັດຂຶ້ນ ຂຶ້ນໃນວັນທີ 07 ກໍລະກົດ ປີ 2022 ທີ່ ນະຄອນຫຼວງວຽງຈັນ. ລັດຖະບານອົດສະຕຣາລີ ຄາດວ່າຈະສົມທົບທຶນຊ່ວຍເຫຼືອຫລາຍກວ່າ 10 ລ້ານໂດລາ ອົດສະຕຣາລີ ພາຍໃຕ້ຂໍ້ຕົກລົງເພິ່ມຕື່ມສະບັບນີ້.

ທຶນຊ່ວຍລ້າຈາກລັດຖະບານອົດສະຕຣາລີຄັ້ງນີ້ແມ່ນຈະຜ່ານໜ່ວຍງານ ຂອງໂຄງການການຮ່ວມມືດ້ານພື້ນຖານໂຄງລ່າງ(P4I) ເປັນຜູ້ຈັດຕັ້ງປະຕິບັດໂດຍຮ່ວມມື ກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງແຜນການ ແລະ ການລົງທຶນ ພ້ອມທັງ ຄູ່ຮ່ວມງານຂັ້ນແຂວງ ເຊິ່ງເປັນໜື່ງໃນການປະກອບສ່ວນສົມທົບທຶນເຂົ້າໃນແຜນງານໂຄງການພັດທະນາຕາມແລວທາງເສດຖະກິດ ຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ.

ທ່ານ ວຽງສະຫວັດ ສີພັນດອນ ໄດ້ກ່າວວ່າ: ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ ແມ່ນໂຄງການບູລິມະສິດຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກໍ່ຄືຂອງ ລັດຖະບານລາວໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025). ທ່ານຍັງເຊື່ອອີກວ່າ: ໂຄງການດັ່ງກ່າວແມ່ນຈະຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ, ສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ ໃຫ້ແກ່ ສປປ ລາວ.

ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ການຊ່ວຍເຫຼືອ ໂດຍຜ່ານໂຄງການການຮ່ວມມືດ້ານພື້ນຖານໂຄງລ່າງແມ່ນເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນອັນຍາວຍານ ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ແລະ ພາກພື້ນ ໃນຂະນະທີ່ທັງສອງປະເທດພວມສະເຫຼີມສະຫຼອງ ຄົບຮອບ 70ປີ ແຫ່ງສາຍພົວພັນດ້ານການທູດ.

ທ່ານຍັງໄດ້ກ່າວອີກວ່າ: “ການພັດທະນາດ້ານການຂົນສົ່ງ ເພື່ອການເຊື່ອມຈອດ-ເຊື່ອມໂຍງ, ການວາງແຜນທີ່ດີ ແລະ ການສົ່ງເສີມການຄ້າຂ້າມຊາຍເເດນຈະຊ່ວຍເຮັດໃຫ້ປະເທດລາວຫັນປ່ຽນຈາກປະເທດທີ່ບໍ່ຊາຍແດນຕິດກັບທະເລກາຍເປັນປະເທດ ເຊື່ອມຈອດ-ເຊື່ອມໂຍງ ໃນພາກພື້ນ ພ້ອມກັນນັ້ນຍັງກໍ່ເກີດມີການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ກໍ່ຍັງເປັນການສ້າງໂອກາດໃຫ້ມີວຽກເຮັດງານທຳໃຫ້ຫຼາຍຂຶ້ນ,”

ໂຄງການພັດທະນາຕາມແລວທາງເສດຖະກິດ ຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ -ເຊື່ອມໂຍງ ໄດ້ຮັບການອະນຸມັດ ຈາກ ລັດຖະບານລາວ ແລະ ທະນາຄານໂລກ ໃນ ເດືອນ ພຶດສະພາ ປີ 2022 ທິ່ຜ່ານມານີ້ ໂດຍມີຈຸດປະສົງເພື່ອປັບປຸງການຄ້າ ທັງພາຍໃນ ແລະ ພາກພື້ນ, ພ້ອມກັນນັ້ນກໍ່ຍັງເນັ້ນໃສ່ການສ້າງຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດໃນຂົງເຂດວຽກງານຄົມມະນາຄົມຂົນສົ່ງເພື່ອການເຊື່ອມຈອດ – ເຊີື່ອມໂຍງ ຕາມແລວທາງເສດຖະກິດ ຕາເວັນອອກ – ຕາເວັນຕົກ. ໂຄງການດັ່ງກ່າວແມ່ນຍັງເເນ່ໃສ່ ການພັດທະນາແລວທາງ ແຂວງພາກເໜືອຂອງລາວ ເຊິ່ງປະກອບດ້ວຍ ແຂວງ ອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ ,ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ.

ການສະໜັບສະໜູນທຶນຊ່ວຍເຫຼືອຈາກອົດສະຕຣາລີໂດຍຜ່ານໜ່ວຍງານໂຄງການການຮ່ວມມືດ້ານພື້ນຖານໂຄງລ່າງ (P4I) ໃນຄັ້ງນີ້ແມ່ນການຊ່ວຍເຫຼືອເພື່ອປັບປຸງສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ດ່ານຂ້າມແດນຕາມເສັ້ນທາງແຫ່ງຊາດເລກທີ 2 ຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບໂຄງການບູລິມະສິດໃນແຜນແມ່ບົດວ່າດ້ວຍການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນຈົນຮອດ ປີ 2025.

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...