spot_img
Homeຂ່າວພາຍ​ໃນຕົ້ນປີ 2022 ແຂວງໄຊສົມບູນຈັດເກັບລາຍຮັບໄດ້ 214 ຕື້ກີບ

ຕົ້ນປີ 2022 ແຂວງໄຊສົມບູນຈັດເກັບລາຍຮັບໄດ້ 214 ຕື້ກີບ

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ທັນຕາ ກອງຜາລີ ສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 6 ກໍລະກົດ 2022 ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ເຊິ່ງຍັງມີຄວາມຫຍຸ້ງຍາກ, ແລະ ເປັນແຂວງທຸກຍາກ, ທັງມີຄວາມຕ້ອງການທຶນຮອນໃນການພັດທະນາ ແລະ ການສະໜັບສະໜູນຈາກທຸກພາກສ່ວນ.

ທ່ານ ທັນຕາ ກອງຜາລີ ໄດ້ກ່າວວ່າ: ຜ່ານການຕິດຕາມກວດກາ 6 ເດືອນຕົ້ນປີ 2022 ເຫັນໄດ້ວ່າອົງການປົກຄອງແຂວງ ໄດ້ເອົາ ໃຈໃສ່ໃນການປະຕິບັດວຽກງານຮອບດ້ານ ເຊິ່ງຢູ່ໃນທ່າມກາງຄວາມຫຍຸ້ງຍາກຫຼາຍດ້ານ ກໍຄືຜົນກະທົບຈາກສະພາບການຂອງໂລກ ແລະ ສະພາບການພາຍໃນຂອງປະເທດເຮົາ ເປັນຕົ້ນ: ບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນ, ນ້ຳມັນແພງ, ລາຄາສິນຄ້າ-ການບໍລິການ ເພີ່ມຂື້ນສູງແບບກ້າວກະໂດດ ແລະ ຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ ອົງການປົກຄອງແຂວງ ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງແຂວງ ເຫັນໄດ້ອັນພົ້ນເດັ່ນ ເປັນຕົ້ນ: ໂຄງການທົດລອງຂຸດຄົ້ນແຮ່ເຫຼັກເພື່ອສົ່ງອອກ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ SMEs.

ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2022 ແຂວງໄຊສົມບູນ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 214,22 ຕື້ກີບ, ເທົ່າກັບ 38,39% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 27,40%, ລາຍຈ່າຍ ປະຕິ ບັດໄດ້ 105.91 ຕື້ກີບ, ເທົ່າກັບ 29,31% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫລຸດລົງ 20,74%; ສ່ວນບ້ວງລົງທຶນຂອງລັດໄດ້ຮັບອະນຸມັດທຶນ ທັງໝົດ 162.615 ຕື້ກີບ, ໃນນີ້: ສູນກາງອະນຸ ມັດ 46 ໂຄງການ, ມູນຄ່າ 151.162 ຕື້ກີບ (ສະພາແຫ່ງຊາດຮັບຮອງແລ້ວ); ແຂວງອະນຸມັດ 137 ໂຄງການ, ມູນຄ່າ 11.452 ຕື້ກີບ (ກຳລັງກະກຽມສະເໜີສະພາປະຊາຊົນແຂວງຮັບຮອງ).

ແລະ ຍັງມີບາງຂໍ້ສະເໜີໃຫ້ລັດຖະບານຊ່ວຍປັບປຸງແກ້ໄຂ ຄື:

  1. ຊຸກຍູ້, ສົ່ງເສີມການຜະລິດເພື່ອສົ່ງອອກ ເປັນຕົ້ນ ການຜະລິດສິນຄ້າກະສິກຳ-ຫັດຖະກຳ ປະຈຳທ້ອງຖິ່ນ, ການທ່ອງທ່ຽວທຳມະຊາດ ແລະ ວັດທະນາທຳ ໃນຂອບເຂດທົ່ວແຂວງ;
  2. ຊຸກຍູ້ການຜະລິດສິນຄ້າທົດແທນການນໍາເຂົ້າ ທີ່ແຂວງມີທ່າແຮງ ແລະ ມີໜໍ່ແໜງ ເປັນຕົ້ນ ການປຸງແຕ່ງກະສິກຳ, ການຜະລິດເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ເພື່ອຮັບໃຊ້ການຜະລິດ ແລະ ການດໍາລົງຊີວິດປະຈໍາວັນ;
  3. ຊຸກຍູ້ການ ພັດທະນາແຫຼ່ງທ່ອງທ່ຽວ ຕາມທິດສີຂຽວ ແລະ ຍືນຍົງ ຕາມແຜນພັດທະນາຂອງແຂວງ;
  4. ຊຸກຍູ້ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຈຳນວນໜຶ່ງ ເປັນຕົ້ນ ໂຄງການປັບປຸງຍົກລະດັບທາງປູຢາງສອງຊັ້ນ ເສັ້ນທາງຫລວງແຫ່ງຊາດ 5B ແຕ່ຂົວນໍ້າຍອນ ຫາ ບ້ານນາໄຊສະຫວ່າງ ເຂດແດນແຂວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແຕ່ສາມແຍກພູຄຳ-ລ້ອງແຈ້ງ-ຊຳທອງ-ຊາຍແດນແຂວງຊຽງຂວາງ, ໂຄງການກໍ່ສ້າງເສັ້ນທາງ ແຕ່ບ້ານຜາລະແວກ-ນໍ້າປຸ່ງ-ບ້ານພູກະທະ, ເສັ້ນທາງທະລຸໄປຫາເຂດຈຸມສຸມພັດທະນາ ແລະ ເຂດການຜະລິດພາຍໃນແຂວງ, ເສັ້ນທາງປູຢາງ ແຕ່ເມືອງທ່າບົກ ໄປຫາ ເມືອງລ້ອງຊານ ແລະ ໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ;
  5. ຊຸກຍູ້ການພັດທະນາດ້ານການສຶກສາ, ສາທາລະນະສຸກ, ພັດທະນາສີມືແຮງງານ ໃນສາຂາວິຊາຊີບຕ່າງໆໃຫ້ຊາວໜຸ່ມມີວຽກເຮັດງານທຳ, ສ້າງລາຍໄດ້ແກ້ໄຂຄວາມທຸກຍາກ;
  6. ຕິດຕາມແກ້ໄຂຜົນກະທົບດ້ານທຳມະຊາດ ແລະ ສັງຄົມ ຈາກໂຄງການຂຸດຄົ້ນແຮ່ທາດ ຈຳນວນໜຶ່ງ ທີ່ບໍ່ທັນປະຕິບັດຕາມມາດຕະຖານເຕັກນິກ, ຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...