ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງສາທາລະນາສຸກຂອງປະເທດອັງກິດຍື່ນໜັງສືລາອອກ

0
808

ລັດຖະມົນຕີກະຊວງການເງິນ ຮ່ວມກັບລັດຖະມົນຕີກະຊວງສາທາລະນາສຸກ ຂອງປະເທດອັງກິດ ໄດ້ຍື່ນໜັງສືລາອອກຕໍ່ນາຍົກລັດຖະມົນຕີ ບໍຣິສ ຈອນສັນ.

ໃນວັນທີ 5 ກໍລະກົດ 2022 ອ້າງອີງຈາກ ຊີເອັນເອັນ ໄດ້ລາຍງານວ່າ: ສອງລັດຖະມົນຕີອາວຸໂສຂອງລັດຖະບານນາຍົກລັດຖະມົນຕີ ບໍຣິສ ຈອນສັນ ແຫ່ງອັງກິດ ມີທ່ານ ຣິຊິ ຊູນັກ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຊາຈິດ ຈາວິດ ລັດຖະມົນຕີກະຊວງສາທາລະນາສຸກ ໄດ້ພ້ອມໃຈກັນຍື່ນໜັງສືລາອອກຈາກຕຳແໜ່ງຕໍ່ນາຍົກລັດຖະມົນຕີ ໂດຍກ່າວເຖິງຄວາມບໍ່ພໍໃຈຕໍ່ບົດບາດການເປັນຜູ້ນຳລັດຖະບານຂອງທ່ານ ຈອນສັນ ທີ່ປ່ອຍໃຫ້ລັດຖະບານປະເຊີນກັບຂໍ້ກ່າວຫາຕ່າງໆ ມາຫຼາຍເດືອນ.

ໂດຍການລາອອກນີ້ ເຮັດໃຫ້ລັດຖະບານຕົກຢູ່ໃນພາວະວິກິດ, ເນື່ອງຈາກວ່າ ນາຍົກລັດຖະມົນຕີ ແລະ ເຈົ້າໜ້າທີ່ລະເມີດກົດລະບຽບການຄວບຄຸມການລະບາດຂອງໂຄວິດ-19 ຈັດງານລ້ຽງ ຈົນເຮຮັດໃຫ້ສະມາຊິກຜູ້ແທນສະພາຈາກພັກອານຸລັກນິຍົມ ຂອງທ່ານ ຈອນສັນ ຈຳນວນ 54 ຄົນ ຮວບຮວມລາຍຊື່ເປີດລົງມັດຕິບໍ່ໄວ້ວາງໃຈ ໃນວັນທີ 6 ມິຖຸນາ, ໂດຍພວກເຂົາໄດ້ລະບຸວ່າ ໄດ້ສູນເສຍຄວາມເຊື່ອໝັ້ນຕໍ່ທ່ານ ຈອນສັນ.

ການລາອອກໃນຄັ້ງນີ້ ສະແດງໃຫ້ເຫັນເຖິງ ຜູ້ທີ່ເຄີຍສະໜັບສະໜູນນາຍົກລັດຖະມົນຕີ ຕ່າງກໍ່ເລີ່ມຄິດຄຳນຶງເຖິງຄວາມຜິດພາດໃນການບໍລິຫານຂອງລັດຖະບານ.