spot_img
Homeຂ່າວພາຍ​ໃນມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ

ມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ

Published on

ປກສ ເມືອງຈັນທະບູລີ ມ້າງແກ້ງຄ້າຢາເສບຕິດລາຍໃຫຍ່ ຢຶດໄດ້ຢາບ້າ 5 ແສນກວ່າເມັດ ພ້ອມຂອງກາງຫຼາຍລາຍການ.

ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຂົ້າຈັບຕົວກຸ່ມຜູ້ຄ້າຂາຍຢາເສບຕິດກ່ອນ 1 ຄົນ ແລ້ວນຳໄປສອບສວນຜູ້ກ່ຽວໄດ້ຊັດທອດເຖິງຜູ້ຮ່ວມຂະບວນການ 3 ຄົນ, ເຈົ້າໜ້າທີ່ຈິ່ງໄດ້ເລັ່ງຕິດຕາມຊອກຄົ້ນຈັບກຸມ ແລະ ກວດຄົ້ນເຄຫະສະຖານ ພົບເຫັນຂອງຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598,690 ເມັດ ແລະ ສິ່ງເສບຕິດທີ່ຜິດກົດໝາຍອີກຫຼາຍລາຍການ ຈິ່ງໄດ້ນຳຕົວພວກກ່ຽວມາດໍາເນີນຄະດີ.

ພັທ ພົມມີ ແສນຈົງຮັກ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ໃຫ້ຮູ້ ໃນວັນທີ 29 ມິຖຸນາ 2022 ວ່າ: ພາຍຫຼັງໄດ້ຮັບຂໍ້ມູນຈາກພົນລະເມືອງ ວ່າມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດເມືອງຈັນທະບູລີ. ຈາກນັ້ນ, ຈິ່ງໄດ້ນຳກຳລັງວິຊາສະເພາະ ລົງຕິດຕາມ ເຫັນວ່າມີຂໍ້ມູນຫຼັກຖານ ຮອດວັນທີ 10 ມິຖຸນາ 2022, ໄດ້ຈັບຕົວ ທ້າວ ວິລະພົນ ຫຼື ພົນ ອາຍຸ 21 ປີ ຢູ່ບ້ານຊຽງຢືນ ເມືອງຈັນທະບູລີ. ຜ່ານການສອບສວນ ຜູ້ກ່ຽວຮັບສາລະພາບ ວ່າ: ໄດ້ຊື້-ຂາຍຢາບ້າ ມາແຕ່ປີ 2021 ຮ່ວມກັບ ທ້າວ ສຸກມີໄຊ ຫຼື ຕານ້ອຍ, ມາຮອດວັນທີ 28 ມິຖຸນາ 2022, ຈິງໄດ້ເຂົ້າຈັບຕົວ ທ້າວ ສຸກມິໄຊ ຫຼື ຕານ້ອຍ ອາຍຸ 36 ປີ ແລະ ນາງ ນິດ ອາຍຸ 32 ປີ ຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ ນວ ( ເປັນຜົວເມຍກັນ ) ຢູ່ຮ້ານຄາລາໂອເກະແຫ່ງໜຶ່ງ ເຂດບ້ານນາໄຊ ເມືອງໄຊເສດຖາ. ຈາກນັ້ນ ຈິ່ງຂໍຄໍາສັ່ງກວດຄົ້ນເຄຫະສະຖານ ຈາກອົງການໄອຍະການສານ ເຂດ III ແລ້ວໄດ້ສົມທົບກັບອຳນາດການປົກຄອງບ້ານຊຳເກດ, ປກສ ກຸ່ມໜອງບຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານ, ພົບເຫັນ ທ່າວ ຈ່ຽວຊ່າງເຫຼືອງ ອາຍຸ 36 ປີ, ເຊື້ອຊາດ, ສັນຊາດ ຫວຽດນາມ, ພົບ ຢາບ້າ 299 ມັດ ແລະ 04 ຖົງນ້ອຍ ຫລື 598.690 ເມັດ, ເຄື່ອງປ້ຳຢາບ້າ ຈໍານວນ 01 ເຄື່ອງ, ຢາໄອສ 02 ຖົງໃຫຍ່, ສານເສບຕິດສີແດງ ຈໍານວນ 02 ຖົງໃຫຍ່, ສານເສບຕິດສີສົ້ມ ຈຳນວນ 01 ຖົງໃຫຍ່, ຜ່ານການສອບສວນ ພວກກ່ຽວ ຮັບສາລະພາບວ່າ ຢາບ້າທີ່ກວດພົບແມ່ນຂອງພວກກ່ຽວແທ້ ເຊິງໄດ້ເລີ່ມຄ້າຂາຍຢາບ້າ ມາແຕ່ປີ 2021 ຈົນເຖິງປັດຈຸບັນ.

ປັດຈຸບັນ ກອງບັນຊາການ ປກສ ເມືອງຈັນທະບູລີ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງພັກພວກ ສືບຄົ້ນຫາຫົວໂປ່ໂຕການ ມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວຈາກ ປກສ ນວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...