spot_img
Homeຂ່າວຕ່າງປະເທດເກົາຫຼີໃຕ້ມີແຜນຂຶ້ນຄ່າແຮງຂັ້ນຕ່ຳໃນປີໜ້າ

ເກົາຫຼີໃຕ້ມີແຜນຂຶ້ນຄ່າແຮງຂັ້ນຕ່ຳໃນປີໜ້າ

Published on

ຄະນະກຳມະການຄ່າແຮງຂັ້ນຕ່ຳຂອງເກົາຫຼີໃຕ້ ມີມະຕິຕົກລົງກັນຂຶ້ນຄ່າແຮງຂັ້ນຕ່ຳ 5% ໃນປີ 2023 ມາເປັນ 9.620 ວອນ ຫຼື ປະມານ 110,000 ກີບ ຕໍ່ຊົ່ວໂມງ.

ການຂຶ້ນຄ່າແຮງຂັ້ນຕ່ຳນີ້ເປັນຄັ້ງທຳອິດ ນັບຕັ້ງແຕ່ທ່ານ ຢຸນ ຊັອກຍອລ ໄດ້ຮັບຕຳແໜ່ງປະທານາທິບໍດີໃນເດືອນພຶດສະພາທີ່ຜ່ານມານີ້.

ຄະນະກຳມະການຄ່າແຮງຂັ້ນຕ່ຳຂອງເກົາຫຼີໃຕ້ ໄດ້ກ່າວວ່າ: ການຂຶ້ນຄ່າແຮງຂັ້ນຕ່ຳນີ້ ມີຜົນກັບແຮງງານຄົນເກົາຫຼີໃຕ້ຫຼາຍເຖິງ 3.4 ລ້ານຄົນ ທີ່ຍັງຮັບຄ່າແຮງຂັ້ນຕ່ຳຢູ່ ແລະ ການພິຈາລະນາຂຶ້ນຄ່າແຮງກໍຄຳນຶງຈາກ ການເຕີບໂຕຂອງເສດຖະກິດ, ອັດຕາເງິນເຟີ້ ແລະ ອັດຕາການວ່າຈ້າງ.

ຢ່າງໃດກໍຕາມການຂຶ້ນຄ່າແຮງຂັ້ນຕ່ຳນີ້ ກໍຍັງຖືວ່າເປັນການຂຶ້ນຄ່າແຮງໃນອັດຕາສ່ວນທີ່ໜ້ອຍ ເມື່ອທຽບກັບສະໄໝທ່ານ ມຸນ ແຈອິນ ປະທານາທິບໍດີຄົນກ່ອນ ທີ່ເຄີຍຂຶ້ນຄ່າແຮງຫຼາຍເຖິງ 16,7% ໃນປີ 2017 ເຊິ່ງເປັນສະໄໝທຳອິດທີ່ດຳລົງຕຳແໜ່ງ ແລະ ຖ້າລວມຕະຫຼອດວາລະ 5 ປີຂອງລາວ ຄ່າແຮງຂັ້ນຕ່ຳຂອງເກົາຫຼີຂຶ້ນໄປເຖິງ 41,6%.

ແຫຼ່ງຂ່າວຈາກ Nikkei Asia

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...