spot_img
Homeຂ່າວພາຍ​ໃນເຊັນບັນທຶກຄວາມເຂົ້າໃຈໂຄງການ ກໍ່ສ້າງເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ-ເມືອງທ່າແຂກ

ເຊັນບັນທຶກຄວາມເຂົ້າໃຈໂຄງການ ກໍ່ສ້າງເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ-ເມືອງທ່າແຂກ

Published on

ໃນວັນທີ 29 ມິຖຸນາ 2022. ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU) ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ.

ພິທີເຊັນບົດບັນທຶນຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ຮ່ວມລົງນາມເປັນສັກຂີພິຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ລາສີ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked).

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ.

ສຳລັບໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ. ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312,81 ກິໂລແມັດ.

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...

ມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ 16B ໄລຍະທາງ 8 ກິໂລແມັດ

ກຽມສ້ອມແປງເສັ້ນທາງ 16B ດ້ວຍງົບປະມານມູນຄ່າ 445.053,17 ໂດລາສະຫະລັດ ໃນວັນທີ 22 ເມສາ ນີ້ ທີ່ຫ້ອງປະຊຸມ ພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໄດ້ມີພິທີມອບ-ຮັບງົບປະມານ ໃນການສ້ອມແປງເສັ້ນທາງ...

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025. ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ...