spot_img
Homeຂ່າວທ້ອງຖິ່ນທ່ານ ອາຊາງ ລາວລີ ເຄື່ອນໄຫວພົບປະ-ຢ້ຽມຢາມ ປະຊາຊົນບ້ານນານໍ້າ ເມືອງບຸນໃຕ້

ທ່ານ ອາຊາງ ລາວລີ ເຄື່ອນໄຫວພົບປະ-ຢ້ຽມຢາມ ປະຊາຊົນບ້ານນານໍ້າ ເມືອງບຸນໃຕ້

Published on

ໃນວັນທີ 27 ມິຖຸນາ 2022 ນີ້, ທ່ານ ອາຊາງ ລາວລີ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພໍ່ແມ່ປະຊາຊົນບ້ານນານໍ້າ ເມືອງບຸນໃຕ້, ແຂວງຜົ້ງສາລີ. ໃຫ້ກຽດຕ້ອນຮັບໂດຍທ່ານ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານເຈົ້າເມືອງໆບຸນໃຕ້ ພ້ອມດ້ວຍການນຳຂັ້ນແຂວງ-ຂັ້ນເມືອງ ຕະຫລອດຮອດພໍ່ແມ່ປະຊາຊົນ ພາຍໃນບ້ານນານໍ້າຢ່າງອົບອຸ່ນ.

ໃນໂອກາດນີ້, ທ່ານ ອາຊາງ ລາວລີ ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ທີ່ມີຜົນງານໄດ້ພ້ອມກັນພັດທະນາສ້າງສາບ້ານຂອງຕົນໃນໄລຍະທີ່ຜ່ານມາ, ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ສ້າງສາພັດທະນາເສດຖະກິດຂອງບ້ານ ກໍຄືຂອງຄອບຄົວໃຫ້ດີຂຶ້ນ ໂດຍການປູກ-ການລ້ຽງແບບທຳມະຊາດໃຫ້ຫລາຍຂຶ້ນ, ສືບຕໍ່ອານຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງບ້ານ, ຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນປົກກະຕິ, ຕ້ານ ແລະ ສະກັດກັ້ນບັນຫາສິ່ງເສບຕິດ, ຂີ້ລັກງັດແງະ ອັນສ້າງຄວາມວຸ້ນວາຍ ແລະ ບໍ່ສະຫງົບໃຫ້ແກ່ບ້ານ, ສືບຕໍ່ສ້າງອາຊີບທີ່ຖາວອນໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ໃນການເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພໍ່ແມ່ປະຊາຊົນບ້ານນານໍ້າ ເມືອງບຸນໃຕ້ ແຂວງຜົ້ງສາລີ ໃນຄັ້ງນີ້, ທ່ານ ຄຳແພງ ລາວມາ ນາຍບ້ານໆນານໍ້າ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດສັງຄົມຂອງບ້ານ ໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຊີ້ນຳໆພາປະຊາຊົນ. ບ້ານນານໍ້າ ແມ່ນບ້ານເກີດເມືອງນອນຂອງທ່ານ ອາ ຊາງ ລາວລີ ເຊິ່ງຫ່າງຈາກເທດສະບານເມືອງບຸນໃຕ້ 60 ກ່ວາກິໂລແມັດ, ມີ 74 ຫລັງຄາ, 101 ຄອບ ຄົວ, ມີພົນລະເມືອງທັງໝົດ 487 ຄົນ, ຍິງ 297 ຄົນ ເຊິ່ງເປັນຊົນເຜົ່າອາຄາ, ອາຊີບຕົ້ນຕໍຂອງປະຊາ ຊົນແມ່ນເຮັດໄຮ່, ລ້ຽງສັດນ້ອຍສັດໃຫຍ່ ແລະ ປູກພືດທັນຍາຫານ, ສ່ວນອາຊີບເສີມແມ່ນ ປູກສາລີ, ໝາກເດືອ, ຊາ ແລະ ເຄື່ອງຫັດຖະກຳຊົນເຜົ່າເປັນສິ້ນຄ້າ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານ 2,5 ຕື້ກ່ວາກີບ, ສະເລ່ຍໃສ່ຄອບຄົວໜື່ງໄດ້ 25 ລ້ານກ່ວາກີບຕໍ່ປີ. ພ້ອມກັນນັ້ນ ທ່ານຍັງໄດ້ສະເໜີຊ່ວຍສ້າງຫ້ອງການບ້ານ 1 ຫລັງ, ຊ່ວຍປູຢາງແຕ່ແຍກບ້ານສຳພັນໄຊ ຫາ ບ້ານນານໍ້າ ລວມໄລ ຍະທາງ 20 ກິໂລແມັດ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...

ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ

ສຸດເດືອດ! ເຈົ້າໜ້າທີ່ຕຳຫຼວດຍິງກະສຸນຍາງໃສ່ນັກຂ່າວ ຂະນະລາຍງານຂ່າວສົດ ເຫດການປະທ້ວງໃນນະຄອນລອສແອນເຈີລິສ ໃນວັນທີ 8 ມິຖຸນາ 2025 ຜ່ານມາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາງ ລໍເຣນ ໂທມາຊີ ນັກຂ່າວຊາວອົດສະຕຣາລີ ຊ່ອງ(9NEWS)...