spot_img
Homeຂ່າວພາຍ​ໃນLFF LAO FORD CUP 2022 ຈະເປີດສາກການແຂ່ງໃນເດືອນສິງຫານີ້

LFF LAO FORD CUP 2022 ຈະເປີດສາກການແຂ່ງໃນເດືອນສິງຫານີ້

Published on

ການແຂ່ງຂັນເຕະບານຊິງຂັນ ສຕລ ລາວຟອດ 2022 ຫຼື ລາຍການ LFF LAO FORD CUP 2022 ລາຍການດັ່ງກ່າວ ກຳນົດເອົາ 7 ສະໂມສອນ ທີ່ແຂ່ງຂັນໃນ ເປບຊີ ລາວລີກ 1 ລະດູການ 2022 ມາແຂ່ງຂັນຊີງໄຊກັນໃນເດືອນສິງຫານີ້.

ລາຍການດັ່ງກ່າວ ມີການຈັບສະຫຼາກ ປະກົບຄູ່ແຂ່ງຂັນ ໂດຍກຳນົດສະໂມສອນໃດຈັບຖືກເບີ 7 ແມ່ນຈະໄດ້ເນີດ ຫຼື ໄປຢືນລໍຖ້າໃນຮອບ 4 ທີມສຸດທ້າຍທັນທີ່ ແລະ ໃນຮອບຮອງຊະນະເລີດກໍຈະມີການຈັບສະຫຼາກອີກຄັ້ງໜຶ່ງ ພິເສດການແຂ່ງຂັນລາຍການນີ້ ສະໂມສອນໃດທີ່ມີສະໜາມບ້ານເປັນຂອງຕົນເອງ ກໍຈະໄດ້ສິດນຳໃຊ້ສະໜາມນັ້ນ ເປັນຫຼັກ ສ່ວນທີມໃດບໍ່ມີສະໜາມບ້ານ ແມ່ນຈະໄດ້ໄປເຢື່ອນ.

ຜ່ານການຈັບສະຫຼາກ ຜົນການປະກົດວ່າ ສະໂມສອນ ຈຳປາສັກ ເອັບຊີ ຖືກຈົກໄດ້ເບີ 7 ເປັນທີມເນີດ ຜ່ານເຂົ້າໄປຢືນລໍຖ້າໃນຮອບ 4 ທີມສຸດທ້າຍ.
ສ່ວນຜົນການຈົກສະຫຼາກອີກ 6 ສະໂມສອນ
ສະໂມສອນ ຫຼວງພະບາງ ພົບກັບ ມາສເຕີ ເຊເວັ້ນ ເອັບຊີ ຈະໄດ້ແຂ່ງຂັນທີ່ແຂວງຫຼວງພະບາງ, ວຽງຈັນ ເອັບຊີ ພົບກັບ ເອສຣາ ເອັບຊີ ແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ກອງທັບ ພົບກັບ ຊ້າງນ້ອຍແຂ່ງຂັນທີ່ສະໜາມກິລາ ກອງທັບ (ຫຼັກ5)

ລາຍການນີ້ໄດ້ຮັບການສະໜັບສະໜູນຫຼັກໂດຍ ບໍລິສັດ ລາວຟອດ ຊີຕິ້ ຈຳນວນ 35,000 ໂດລາສະຫະລັດ ຕາງໜ້າມອບໂດຍທ່ານ ເວນ ເມັກອິນ ທ໋ອດ ຜູ້ບໍລິຫານ ຈັດການທົ່ວໄປ ບໍລິສັດ ລາວຟອດ ຊີຕິ້ ແລະ ຕາງໜ້າຮັບຂອງທ່ານ ວີເພັດ ສີຫາຈັກ ປະທານ ສຕລ ພິທີມອບ-ຮັບເງິນດັ່ງກ່າວ ແລະ ຈັບສະຫລາກ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນານີ້ ທີ່ຫ້ອງການ ສຕລ.

ຂໍ້ມູນ: KickoffLaos

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...