spot_img
Homeຂ່າວພາຍ​ໃນທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຊີວິດໄທ

ທູດລາວ ຍື່ນສານຕາຕັ້ງຕໍ່ເຈົ້າຊີວິດໄທ

Published on

ໃນວັນທີ 17 ມິຖຸນາ 2022 ຜ່ານມານີ້, ທ່ານ ຄໍາພັນ ອັ່ນລາວັນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ບໍດິນທະຣະເທບພະຍະວະຣາງກູນ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ ໂດຍມີສຳ ນັກງານຕັ້ງຢູ່ ນະຄອນຫລວງບາງກອກ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ອັ່ນລາວັນ ໄດ້ສະແດງຄວາມຂອບໃຈ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້. ພ້ອມທັງ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ສົ່ງເຖິງ ສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນບໍດິນ ທະຣະເທບພະຍະວະຣາງກູນ ແລະ ສົມເດັດພະບໍຣົມຣາຊີນີ ພ້ອມດ້ວຍພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີສຸຂະພາບແຂງແຮງ ແລະ ມີພະລານາໄມສົມບູນ.

ທ່ານ ຄໍາພັນ ອັ່ນລາວັນ ຍັງໄດ້ຢືນຢັນວ່າ: ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທຈະທຸ່ມເທທຸກຄວາມສາມາດເຫື່ອແຮງ ເພື່ອເສີມສ້າງ ແລະ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືອັນດີງາມ ແລະ ການຮ່ວມມືອັນມີໝາກຜົນ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ໃຫ້ເປັນຮູບປະທໍາ, ນຳຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ຍິ່ງໆຂຶ້ນ.

ທີ່ມາ:ຂປລ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...