spot_img
Homeຂ່າວພາຍ​ໃນການຂຸດຄົ້ນຄຣິບໂຕໃນ ສປປ ລາວ

ການຂຸດຄົ້ນຄຣິບໂຕໃນ ສປປ ລາວ

Published on

ປັດຈຸບັນຍັງຢູ່ໃນໄລຍະທົດລອງ ແຕ່ລັດຖະບານກໍມີລາຍຮັບຈາກບໍລິສັດທີ່ຂຸດຄົ້ນເງິນດັ່ງກ່າວ 3 ແຫຼ່ງປະກອບມີ: ຄ່າລິຂະສິດການອອກໃບອະນຸຍາດດຳເນີນທຸລະກິດ, ອາກອນມອບເໝົາ ແລະ ຄ່ານໍາໃຊ້ໄຟຟ້າຕົວຈິງ.

ທ່ານ ສັນຕິສຸກ ສິມມະລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 16 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ສົມທົບກັບກະຊວງກ່ຽວຂ້ອງຄົ້ນຄວ້າຮ່າງລະບຽບການຄຸ້ມຄອງ ແລະ ກຳນົດມາດຕະການຕ່າງໆໃນການເຮັດທົດລອງດຳເນີນທຸລະກິດຊັບສິນດີຈີຕອນ ຢູ່ ສປປ ລາວ ເຊິ່ງຢູ່ປັດຈຸບັນມີ 2 ປະເພດ ໄດ້ແກ່:ການຂຸດຄົ້ນເງິນຄຣິບໂຕ ແລະ ການຊື້-ຂາຍເງິນຄຣິບໂຕ.

ສຳລັບການຂຸດຄົ້ນເງິນຄຣິບໂຕ ແມ່ນມີກົນໄກຄຸ້ມຄອງຢ່າງຊັດເຈນໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະການສື່ສານ ເປັນຜູ້ພິຈາລະນາອອກອະນຸຍາດດຳເນີນທຸລະກິດ – ທຸລະກຳຊັບສິນດີຈີຕອນ ແລະ ເຊັນສັນຍາກັບຜູ້ລົງທຶນໃນໄລຍະເຮັດທົດລອງ, ລາຍຮັບຈາກການດຳເນີນທຸລະກິດດີຈີຕອນ ຫຼື ການຂຸດຄົ້ນເງິນຄຣິບໂຕມາຈາກ 3 ແຫຼ່ງປະກອບມີ: ຄ່າລິຂະສິດການອອກໃບອະນຸຍາດດຳເນີນທຸລະກິດ ສັນຍາລະ 5 ແສນໂດລາ;ມອບເໝົາໂດຍອີງຕາມຂະໜາດຂອງການສະໜອງພະລັງງານໄຟຟ້າ ແລະ ໄດ້ຈາກການນຳໃຊ້ພະລັງງານໄຟຟ້າຕົວຈິງ, ມາຮອດປັດຈຸບັນ ການອະນຸຍາດເຮັດທົດລອງທຸລະກຳການຂຸດຄົ້ນເງິນຄຣິບໂຕໃນເບື້ອງຕົ້ນອະນຸຍາດໃຫ້ເຊັນ 11 ສັນຍາແລ້ວ ຊຶ່ງໄດ້ສຳເລັດການຈ່າຍຄ່າລິຂະສິດໃຫ້ແກ່ລັດຖະບານແລ້ວ 10 ສັນຍາ ຈຳນວນເງິນ 5 ລ້ານໂດລາ ແລະ ໄດ້ສຳເລັດຈ່າຍພັນທະອາກອນແບບມອບເໝົາງວດ 1 ປີ 2022 ແລ້ວຈຳນວນ 6,5 ລ້ານໂດລາ, ສ່ວນບໍລິສັດອື່ນໆ ຍັງຢູ່ໃນຂັ້ນຕອນກໍ່ສ້າງພື້ນຖານໂຄງລ່າງ ສຳລັບການຂຸດຄົ້ນ, ຄາດຄະເນວ່າ ບໍລິສັດຕ່າງໆເຫຼົ່ານັ້ນ ຈະສາມາດຈ່າຍພັນທະອາກອນໃຫ້ລັດຖະບານເປັນຈຳນວນເງິນ 111 ລ້ານໂດລາຕໍ່ປີ.

ສຳລັບທຸລະກຳຊັບສິນດີຈີຕອນ ຫຼື ການຊື້-ຂາຍເງິນຄຣິບໂຕ ນັ້ນແມ່ນທະນາຄານ ແຫ່ງ ສປປ ລາວ (ທຫລ) ເປັນຜູ້ຮັບຜິດຊອບໂດຍກົງໃນການຄຸ້ມຄອງ ແລະ ພິຈາລະນາອະນຸມັດໃນການດຳເນີນທຸລະກຳໃນການຊື້-ຂາຍເງິນຄຣິບໂຕ ຊຶ່ງໃນໄລຍະທົດລອງນີ້ ແມ່ນອະນຸຍາດໃຫ້ມີສູນຊື້-ຂາຍເງິນຄຣິບໂຕບໍ່ເກີນ 2 ແຫ່ງໂດຍ ທຫລ ໄດ້ອອກຂໍ້ຕົກລົງວ່າດ້ວຍການຊື້-ຂາຍເງິນຄຣິບໂຕ ເປັນນິຕິກຳຫຼັກໃນການຄຸ້ມຄອງ.

ສ່ວນລາຍຮັບຈາກການຊື້-ຂາຍເງິນຄຣິບໂຕ ມາຈາກ 2 ຊ່ອງທາງຄື:

(1) ຄ່າລິຂະສິດ ແມ່ນເກັບຄັ້ງດຽວ.

(2) ຄ່າອາກອນມອບເໝົາເກັບໃນອັດຕາ 15% ຂອງຄ່າທຳນຽມທີ່ສູນບໍລິການຊື້-ຂາຍ ໃນແຕ່ລະຄັ້ງ, ມາຮອດ ປັດຈຸບັນ ການທົດລອງຊື້-ຂາຍເງິນຄຣິບໂຕໄດ້ຮັບອະນຸຍາດແລ້ວ 2 ສູນ ຊຶ່ງທັງສອງສູນດັ່ງກ່າວຍັງບໍ່ທັນໄດ້ຊຳລະຄ່າລິຂະສິດແກ່ລັດຖະບານເທື່ອ ເພາະຍັງຢູ່ໃນຂັ້ນຕອນກະກຽມຄວາມພ້ອມ ເພື່ອໃຫ້ ທຫລ ລົງກວດກາຕົວຈິງ ແລ້ວຈຶ່ງອອກໃບອະນຸມັດ.

ທ່ານຮອງລັດຖະມົນຕີກະຊວງເຕັກໂນໂລຊີ ກ່າວອີກວ່າ:ໃນອະນາຄົດຈະຄົ້ນຄວ້າ ແລະ ສ້າງນິຕິກຳ ເພື່ອຄຸ້ມຄອງບຸກຄົນ ແລະ ນິຕິບຸກຄົນໃນການເຄື່ອນໄຫວທຸລະກຳຂຸດຄົ້ນເງິນຄຣິບໂຕຂະໜາດນ້ອຍ ເນື່ອງຈາກວ່າໃນຂໍ້ຕົກລົງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ອະນຸຍາດໃຫ້ສັນຍາໜຶ່ງໆໃຊ້ໄຟຟ້າຕັ້ງແຕ່ 10ເມກາວັດຂຶ້ນໄປ (10 ເມກາວັດ ຈ່າຍ 1 ລ້ານໂດລາ),ຖ້າໃຊ້ໄຟຟ້າ 1 ເມກາວັດຕ້ອງຈ່າຍອາກອນມອບເໝົາ 1 ແສນໂດລາ ຊຶ່ງໃນອະນາຄົດຈະແບ່ງຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນຕື່ມ.

ແຫຼ່ງຂ່າວຈາກ ໜັງສືພິມລາວພັດທະນາ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...