spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາສໍາປະທານທີ່ດິນຂອງລັດ ເຂດບ້ານຫ້ວຍຫລາ ເພື່ອສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ

ພິທີເຊັນສັນຍາສໍາປະທານທີ່ດິນຂອງລັດ ເຂດບ້ານຫ້ວຍຫລາ ເພື່ອສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ

Published on

ວັນທີ 13 ມີຖຸນາ 2022 ນີ້, ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໄດ້ຈັດພິທີເຊັນສັນຍາສໍາປະທານທີ່ດິນຂອງລັດ ເຂດບ້ານຫ້ວຍຫລາ ເມືອງນານ, ເພື່ອສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ, ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະບໍລິສັດເຂົ້າຮ່ວມ.

ໂຮງງານຜະລິດແປ້ງມັນຕົ້ນທີ່ຈະສ້າງຕັ້ງຄັ້ງນີ້ ມີອາຍຸສັນຍາ 30 ປີ ເລີ່ມແຕ່ວັນທີ 13 ມິຖຸນາ 2022 ເຖິງ 13 ມິຖຸນາ 2052, ມີກໍາລັງການຜະລິດ 50.000 ໂຕ່ນຕໍ່ປີ ແລະອົບແຫ້ງເປືອກມັນຕົ້ນຜະລິດເປັນຫົວອາຫານ ເພື່ອຈໍາໜ່າຍພາຍໃນ ແລະຕ່າງປະເທດ, ໃນເນື້ອທີ່ສໍາປະທານ ທັງຫມົດ 16 ຮັກຕາ, ເປັນການລົງທຶນຂອງເອກະຊົນພາຍໃນ 100% ໂດຍແມ່ນບໍລິສັດແອວເອັສການຄ້າຂາອອກ-ຂາເຂົ້າ ຈຳກັດ ເປັນຜູ້ລົງທືນໃນມູນຄ່າການລົງທຶນ ທັງໝົດ 97 ຕື້ກວ່າກີບ, ທຶນຈົດທະບຽນ 30 ຕື້ກີບ, ໂດຍປະຕິບັດພັນທະ ຄ່າສໍາປະທານຕາມກົດໝາຍ ແລະລະບຽບການຂອງລັດ, ພ້ອມນີ້ ບໍລິສັດຈະສົ່ງເສີມປະຊາຊົນພາຍທີ່ມີເງື່ອນໄຂໃນເມືອງນານ ປູກມັນຕົ້ນປ້ອນໃຫ້ກັບໂຮງງານໃນຮູບແບບ 2 ບວກ 3, ທັງຈະສ້າງເສັ້ນທາງ ແຕ່ທາງຫຼວງແຫ່ງຊາດ ຫາບ້ານຫ້ວຍຫລາ ແລະຫາໂຮງງານ, ສ່ວນການກໍ່ສ້າງໂຮງງານ ລວມທັງເສັ້ນທາງ ຕ້ອງຜ່ານການກວດກາຈາກພະແນກການກ່ຽວຂ້ອງຂອງແຂວງ ແລະບໍລິສັດເຫັນດີສະໜັບສະໜູນເງີນພັດທະນາທ້ອງຖີ່ນ ຈຳນວນ 15.000 ໂດລາຕໍ່ປີ, ເງີນພັດທະນາສັງຄົມ 10.000 ໂດລາຕໍ່ປີ.

ໃຫ້ກຽດລົງນາມໃນສັນຍາ ຝ່າຍອົງການປົກຄອງ ແຂວງຫຼວງພະບາງ ຕາງໜ້າໂດຍ ທ່ານ ຈີນດາວົງ ໂພສີຄຳ ຫົວໜ້າພະແນກແຜນການ ແລະການລົງທືນ, ຝ່າຍສໍາປະທານ ຕາງໜ້າໂດຍ ທ່ານ ສົມຊາຍ ດວງຈະເລີນ ອໍານວຍການບໍລິສັດ ແອວເອສ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ໂດຍພາກສ່ວນກ່ຽວຂ້ອງຂອງແຂວງ ຮ່ວມລົງນາມເປັນສັກຂີພິຍານ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...