ຮັບຮອງແຜນງານຍຸດທະສາດ ສະກັດກັ້ນຕ້ານພະຍາດເອດ

20141107115458

 

ທ່ານ ​ຮສຈ.​ດຣ. ສົມ​ອົກ ກິ່ງສະ​ດາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສາທາລະນະ​ສຸກ ໄດ້ກ່າວປີດ​ໃນ​ກອງ​ປະຊຸມ

​ປຶກສາຫາລື ແລະ ຮັບຮອງ​ແຜນ​ຍຸດທະ​ສາດ ແລະ ແຜນ​ງານ​ແຫ່ງຊາດ ໃນ​ການ​ສະກັດ​ກັ້ນ ແລະ ຕ້ານ​ເຊື້ອ​ເຮ​​ສ

​ໄອ​ວີ (ພະຍາດ​ເອດ) 5 ປີ (2016-2020) ວ່າ: ກອງປະຊຸມ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ ​ທີ່​ຈະ​ໄດ້​ເປັນ​ເອກະ​ພາບ​

ໃນການ​ກຳນົດ​ບຸລິມະສິດ​ພື້ນ​ທີ່​ກຸ່ມເປົ້າ​ໝາຍ ກົນ​ໄກ​ປະສານ​ງານ ແບ່ງ​ຄວາມ​ຮັບຜິດຊອບ​ທຸກ​ພາກສ່ວນມີ​ສ່ວນ​

ຮ່ວມ​ໃນ​ການຈັດຕັ້ງປະຕິບັດ ແລະ ຮັບຜິດຊອບ​ຮ່ວມກັນ ເຮັດ​ວຽກ​ບໍ່​ຊ້ຳ​ຊ້ອນ​ກັນ ແລະ ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດ​

ທີ່​ເປັນເອກະ​ພາບ​ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ​ການ​ຕອບ​ໂຕ້​ຕໍ່ເຊື້ອ​ເຮ​​ສ​ໄອ​ວີ ແລະ ພະຍາດ​ເອດ.

 

ໃນ​ໄລຍະ​ຜ່ານ​ມາ ກະຊວງ​ສາທາ ກໍ່​ຄື​ສູນ​ຕ້ານ​ເອດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ກໍ່​ໄດ້​ພ້ອມ​ກັນທົບ​ທວນຄືນ ​ການ

ຈັດຕັ້ງ​ປະຕິບັດແຜນ​ຍຸດ​ທະ​ສາດ ແລະ ແຜນງານ​ແຫ່ງ​ຊາດ 5 ປີ (2011-2015) ເຫັນ​ວ່າ​ປະສົບ​ຜົນ​ສຳເລັດ​ຫຼາຍ

​ດ້ານ ສະແດງ​ອອກ​ຄື ສາມາດ​ຮັກສາ​ອັດຕາ​ການ​ຕິດເຊື້ອເຮ​​ສ​ໄອ​ວີ ໃຫ້​ຢູ່​ໃນ​ລະດັບຕ່ຳ​ໄວ້​ໄດ້ ປະຊາຊົນ​ບັນດາເຜົ່າ

ແລະ ກຸ່ມ​ສ່ຽງ​ໄດ້​ເຂົ້າ​ເຖິງ​ຂໍ້​ມູນຂ່າວສານ ມີ​ຄວາມ​ຮູ້​ກັບ​ເຊື້ອເຮ​​ສ​ໄອ​ວີ ແລະ ສາມາດ​ປ້ອງ​ກັນຕົນ​ເອງ ບໍ່​ໃຫ້​ຕິດເຊື້ອ

​ເຮ​​ສ​ໄອ​ວີ​ໄດ້ໃນ​ລະດັບ​ໜຶ່ງ ພ້ອມ​ທັງ​ມີ​ສະຖານ​ທີ່​ໃຫ້​ຄຳ​ປຶກສາ ແລະ ກວດເລືອດ 165 ແຫ່ງ ແລະ ມີ​ສູນປິ່ນປົວ​ດ້ວຍ

​ຢາ 9 ແຫ່ງ ໃນ​ຂອບເຂດ​ທົ່ວ​ປະເທດ ເຊິ່ງ​ຜົນສຳເລັດດັ່ງກ່າວ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ ເຂົ້າ​ໃນ​ການ​ບັນລຸ​ເປົ້າ

​ໝາຍສະຫັດ​ສະ​ວັດ​ທີ 6 ໃນ​ປີ 2015 ແລະ ຕໍ່​ກັບ​ຜົນສຳເລັດ ກໍ່​ຍັງ​ມີ​ສິ່ງທ້າ​ທາຍ​ຫຼາຍ​ດ້ານ ​ທີ່​ຈະ​ຕ້ອງ​ເພີ່ມ​ມາດ​ຕະ

ການ​ໃນ​ການ​ປ້ອງ​ກັນ​ໃຫ້​ຮັດກຸມ ໂດຍ​ຈະ​ນຳ​ຂໍ້ຄົງຄ້າງ ນຳມາ​ຄົ້ນຄວ້າ​ພິຈາລະນາ ວິເຄາະ ວິໄຈ​ໃຫ້​ຖີ່​ຖ້ວນ ເພື່ອ​ຈະ

​ໄດ້​ນຳ​ໃຊ້ເຂົ້າ​ໃນ​ການ​ວາງ​ແຜນ​ຍຸດ​ທະສາດ ແລະ ວາງ​ມາດ​ຕະການ ລວມ​ທັງ​ກຳນົດ​ກິດຈະກຳ​ຕ່າງໆໃຫ້​ຄົບ​ຖ້ວນ

ແລະ ຮັດກຸມ ເຊິ່ງການ​ຈັດ​ກອງ​ປະຊຸມ​ປຶກສາ​ຫາລືດັ່ງກ່າວ​ຂຶ້ນ​ນັ້ນ ເພື່ອ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ກໍ່​ຄື​ຜູ້​ເຂົ້າ​ຮ່ວມ

ພ້ອມ​ກັນ​ສຸມ​ທຸກ​ສະຕິ​ປັນຍາ​ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ແຜນ​ຍຸດທະ​ສາດ​ດັ່ງກ່າວ ​ໃຫ້​ມີ​ຄວາມ​ສົມບູນ​ຄົບ​ຖ້ວນ

ໄປ​ຕາມ​ທິດ​ທາງລວມ​ຂອງ​ມະຕິIX ຂອງ​ສູນ​ກາງພັກ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດຖະບານ ເວົ້າລວມ

ເວົ້າ​ສະເພາະ ໃຫ້​ສອດຄ່ອງ​ກັບ​ແຜນ​ພັດທະນາ​ສາ​ທາລະນະ​ສຸກ ຄັ້ງ​ທີ VIII ແລະ ແຜນປະຕິ​ຮູບ​ສາທາລະນະ​ສຸກ​ທີ່​ໄດ້

​ກຳນົດ​ໄວ້ ເຊິ່ງ​ຍຸດ​ທະ​ສາດ​ດັ່ງກ່າວ ຈະ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງປະຕິບັດ​ ວຽກ​ງານ​ໃນ​ການ​ສະກັດກັ້ນ ແລະ ຕ້ານ

​ເຊື້ອເຮ​​ສ​ໄອ​ວີ ພະຍາດ​ເອດ​ໃນຕໍ່ໜ້າ ແລະ ເປັນບ່ອນ​ອີງ​ສຳຄັນ​ໃນ​ການ​ລະດົມທຶນ​ໃນ​ອະນາຄົດ.

 

ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 7 ພະຈິກ 2014 ທີ່​ໂຮງແຮມ​ແລນ​ມາກ ນະຄອນຫຼວງວຽງ​ຈັນ ເປັນ​ປະທານ​

ຂອງ​ທ່ານ ​ຮສຈ.​ດຣ. ສົມ​ອົກ ກິ່ງ​ສະ​ດາ ລັດຖະ​ມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ສາທາລະນະ​ສຸກ ໂດຍ​ມີ​ຄະນະ​ກຳມະ​ການ

​ຕ້ານ​ເອດ​ແຫ່ງ​ຊາດ ຫົວໜ້າ ຮອງ​ຫົວໜ້າ​ສາທາລະນະສຸກ ແຂວງ ແລະ ນວ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່