spot_img
Homeຂ່າວພາຍ​ໃນພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດອ້ອມຂ້າງກົມ 515

ພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດອ້ອມຂ້າງກົມ 515

Published on

ພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດອ້ອມຂ້າງກົມ 515 ໄດ້ຈັດຂຶ້ນ ໃນວັນທີ 10 ມິຖຸນາ 2022 ຜ່ານມາ ໂດຍມີນາຍຕໍາຫຼວດທີ່ມີຜົນສໍາເລັດໃນການປະຕິບັດຫນ້າທີ່ ແລະ ຄົບມາດຖານເງື່ອນໄຂໃນການ ເລື່ອນຊັ້ນ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 13 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 6 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍ ໂທ 3 ສະຫາຍ ແລະ ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ.

ພົຈວ ສົມລິດ ດາວຮຸ່ງສຸລິ ຫົວຫນ້າກົມຕໍາຫຼວດຄຸມຂັງ-ດິດສ້າງ ( ກົມ 515 ) ກະຊວງ ປກສ ໄດ້ເນັ້ນ ໃຫ້ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃຫມ່ ຈໍານວນ 58 ສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບໃນການ ປະຕິບັດຫນ້າທີ່ວຽກງານຕາມຂົງເຂດຄວາມຮັບຜິດຊອບໃຫ້ສົມກັບຊັ້ນໃຫມ່ທີ່ໃຫຍ່ກວ່າເກົ່າ.

ທ່ານຍັງກ່າວຕືມອີກວ່າ: ໄດ້ເປັນກຽດປະດັບຊັ້ນ ພ້ອມທັງໂອ້ລົມມີທິດຊີ້ນໍາໃຫ້ບັນດາ ສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມພາກັນຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມຢ່າງບໍ່ຢຸດ ບໍ່ຢັ້ງ, ການເລື່ອນຊັ້ນໃຫມ່ໃນຄັ້ງນີ້ ເປັນການມອບຫມາຍໃຫ້ບັນດາສະຫາຍເພີ່ມຄວາມຮັບຜິດ ຊອບໃນຫນ້າທີ່ວຽກງານອັນຫນັກຫນ່ວງທີ່ຕ້ອງໄດ້ມີຄວາມບຸກບືນ, ສູ້ຊົນ, ດ້ວຍຄວາມອົດ ທົນຜ່ານຜ່າທຸກອຸປະສັກ ນາໆປະການ, ເພື່ອເຮັດຫຼ້ອນຫນ້າ ທີ່-ທີ່ການຈັດຕັ້ງມອບຫມາຍໃຫ້ມີຜົນສໍາເລັດຍິງຂຶ້ນໃຫ້ສົມກັບຊັ້ນໃຫມ່ທີ່ ໃຫຍ່ກວ່າເກົ່າ.

ໃນພິທີ, ພັທ ບຸນລ້ຽງ ໄຊປັນຍາ ຫົວຫນ້າພະແນກການເມືອງກົມຕໍາຫຼວດຄຸມ ຂັງ-ດັດສ້າງ ຍັງໄດ້ ຜ່ານຂໍ້ຕົກລົງຂອງກົມຕໍາຫຼວດຄຸມຂັງ-ດັດສ້າງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຫນ່ວຍ ງານຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ, ກວດກາຄຸ້ມຄອງກໍາລັງຜົນໃນກໍາລັງຂອງກົມ ເພື່ອໃຫ້ມີຄວາມໂປ່ງໃສ, ກະທັດ ຮັດ, ຫນັກແຫນ້ນ ແລະ ສອດຄ່ອງກັບສະພາບການຕົວຈິງ.

ທີ່ມາ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...