spot_img
Homeຂ່າວຕ່າງປະເທດຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດອາເມຣິກາ ໄດ້​ເດີນ​ທາງ​ໄປ​ຍັງ ສ.ເກົາຫຼີ, ຟີ​ລິບ​ປິນ, ລາວ, ຫວຽດ​ນາມ

ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດອາເມຣິກາ ໄດ້​ເດີນ​ທາງ​ໄປ​ຍັງ ສ.ເກົາຫຼີ, ຟີ​ລິບ​ປິນ, ລາວ, ຫວຽດ​ນາມ

Published on

ກະຊວງ​ການ​ຕ່າງປະ​ເທດຂອງ ສ. ອາເມຣິກາ ໄດ້ລາຍງານວ່າ: ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຂອງ ສ. ອາເມຣິກາ ທ່ານ ເວນດີ່ ເຊີແມນ (Wendy Sherman) ຈະ​ເດີນທາງມາຢ້ຽມຢາມ​ບັນດາປະເທດ ​ເກົາຫຼີ, ຟີ​ລິບ​ປິນ, ຫວຽດນາມ ​ແລະ ລາວ ​ແຕ່​ວັນ​ທີ 5 – 14 ມິຖຸນາ. ການຢ້ຽມຢາມຂອງປະທານາທິບໍດີທ່ານ ໄບເດັນ ຢູ່ທີ່ ສ.ເກົາຫຼີ ແລະ ຍີ່ປຸ່ນ, ກອງປະຊຸມສຸດຍອດຜູ້ນຳ 4 ທ່ານ ທີ່ກຸງໂຕກຽວ ແລະ ການເປີດຕົວ ກອບເສດຖະກິດ ອິນໂດ-ປາຊີຟິກ.

ທ່ານ ເວນດີ່ ເຊີແມນ ຈະ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຂອງເກົາຫຼີ ທີ່​ກຸງ​ໂຊ​ລ ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ເປັນ​ຜູ້ນຳ​ຂອງ​ແມ່ຍິງ ​ແລະ ການ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ເສດຖະກິດ​ກັບ​ບັນດາ​ຜູ້​ປະກອບ​ການ​ແມ່​ຍິງ, ພ້ອມ​ທັງ​ພົບ​ປະ​ກັບ​ຜູ້ນຳ​ສັງຄົມ LGBTQI+ ​ເພື່ອ​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ຄວາມ​ຫຼາກ​ຫຼາຍ, ຄວາມ​ສະ​ເໝີ​ພາບ, ການ​ລວມຕົວ ​ແລະ ​ເປັນ​ເດືອນ​ແຫ່ງ​ຄວາມ​ພາກພູມ​ໃຈ.

ທ່ານ ເຊີແມນ ຈະ​ພົບ​ປະ​ກັບ ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຍີ່​ປຸ່ນ ທ່ານ ໂມລິ ຕະກິໂອ ​ແລະ​ ມີ​ການ​ພົບ​ປະກັບ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ​ ໂຈ  ​ແລະ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດທ່ານ ໂມລິ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ທີ່​ອາ​ເມ​ຣິກາ, ສ.ເກົາຫຼີ ແລະ ຍີ່ປຸ່ນ ສາມາດ​ສືບ​ຕໍ່​ຮ່ວມ​ມື​ກັນ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ ​ແລະ ​ໂລກ ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ສຳຄັນ ​ຂອງ​ສະຕະວັດ​ທີ 21.

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...