Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ມອບລົດຮັບ-ສົ່ງ ຄົນເຈັບ ໃຫ້ລັດຖະບານລາວ

ລັດຖະບານຍີ່ປຸ່ນ ມອບລົດຮັບ-ສົ່ງ ຄົນເຈັບ ໃຫ້ລັດຖະບານລາວ

Published on

ໃນວັນທີ 6 ມິຖຸນນາ 2022 ທີ່ກະຊວງສາທາລະນະສຸກ, ລັດຖະບານຍີ່ປຸ່ນ ໄດ້ມອບລົດອຳບູລັງ ຫລື ລົດຮັບ-ສົ່ງຄົນເຈັບຈຳນວນ 74 ຄັນໃຫ້ລັດຖະບານ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19. ຕາງໜ້າມອບໂດຍ ທ່ານ ເຄັນນິຈິ ໂຄບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ຕາງໜ້າຮັບໂດຍ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ໂອກາດນີ້, ດຣ ບຸນເເຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການຊ່ວຍເຫລືອໃນຄັ້ງນີ້ ເຊິ່ງມີຜົນປະໂຫຍດອັນໃຫຍ່ຫລວງ ໃຫ້ແກ່ປະຊາຊົນລາວ ທີ່ຈະສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ລວມທັງເປັນການຕອບສະໜອງ ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຄົນເຈັບ ກໍຄືຄົນເຈັບສຸກເສີນ.

ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫລືອມາໃຫ້ປະຊາຊົນລາວ ໃນຍາມທີ່ຫຍຸ້ງຍາກ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະ ຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບໄດ້ຮັບການສົ່ງເສີມແໜ້ນແຟ້ນຍິ່ງຂຶ້ນ.

ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຕ້ານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ວັກຊິນ, ອຸປະກອນການແພດ, ລົດຮັບສົ່ງຄົນເຈັບ ແລະ ອື່ນໆ ເປັນມູນຄ່າຫລາຍກວ່າ 26 ລ້ານໂດລາສະຫະລັດ, ສະເພາະລົດຮັບ-ສົ່ງ ຄົນເຈັບທີ່ມອບໃຫ້ທັງສອງຄັ້ງ ລວມທັງໝົດ 81 ຄັນ, ກະຊວງສາທາລະນະສຸກມີແຜນຈະມອບ ໃຫ້ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ຫລວງພະບາງ ແລະ ແຂວງອຸດົມໄຊ ເພື່ອມອບສົ່ງໃຫ້ບັນດາເມືອງທີ່ຢູ່ເຂດຫ່າງໄກສອກຫລີກ ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃຫ້ເກີດປະສິດທິຜົນສູງສຸດ.

ລັດຖະບານລາວ ຈະນໍາໃຊ້ເອົາລົດທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດໂຄວິດ-19 ພາຍໃນປະເທດ ແລະ ຊ່ວຍທີມແພດໝໍ ທີ່ຢູ່ປ້ອມດ້ານໜ້າໃນວຽກງານນໍາສົ່ງຄົນເຈັບ ໃນກໍລະນີສຸກເສີນ ໃນເຂດເມືອງ ແລະ ເຂດຫ່າງໄກສອກຫລີກ ທີ່ມີຫົນທາງເຂົ້າຫຍຸ້ງຍາກ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...