Homeຂ່າວຕ່າງປະເທດພົບຜູ້ຕິດເຊື້ອຝີດາດລິງກໍລະນີທຳອິດທີ່ມາຜ່ານປະເທດໄທ

ພົບຜູ້ຕິດເຊື້ອຝີດາດລິງກໍລະນີທຳອິດທີ່ມາຜ່ານປະເທດໄທ

Published on

ຜູ້ຕ້ອງສົງໄສວ່າເປັນຝີດາດລີງຜູ້ທຳອິດທີ່ລົງຈາກຍົນ ແລ້ວໄດ້ມາພັກໃນປະເທດໄປ ຈຶ່ງໄດ້ເຮັດໃຫ້ມີກຸ່ມຄົນໄດ້ມີຄວາມສ່ຽງ.

ຈັກກະຣັດ ພິທິຍາວົງອານົນ ຜູ້ອຳນວນການພະແນກວິທະຍາກົມຄວບຄຸມພະຍາດ ໄດ້ລາຍງານວ່າ: ຜູ້ຕ້ອງສົງໄສຕິດເຊື້ອພະຍາດຝີດາດລີງໄດ້ລົງມາພັກໃນປະເທດໄທ ເພື່ອທີ່ຈະຕໍ່ຍົນໂດຍສານໄປປະເທດອັອດສະເຕເລຍ ເຮັດໃຫ້ມີຜູ້ສຳຜັດສ່ຽງ 12 ຄົນ ໂດຍໃນນັ້ນເປັນຜູ້ໂດຍສານ ແລະ ລູກເຮືອ, ໂດຍຜູ້ຕ້ອງສົງໄສຕິດເຊື້ອຝີດາດລີງເປັນຜູ້ຊາຍ ຄົນປະເທດໄອສແລນ ອາຍຸ 30 ປີ ໄດ້ເລີ່ມມີອາການເປັນຜື່ນຢູ່ແຂນ ໃນວັນທີ 21 ພຶດສະພາ ແລະ ມີໄຂ້ໃນວັນທີ 23 ພຶດສະພາ, ແລ້ວໃນວັນທີ 31 ພຶດສະພາ ເລີ່ມມີຜື່ນທີ່ຫຼັງ ແລະ ຢູ່ຄໍ.

ພາຍຫຼັງ ໄດ້ໄປຮັກສາຢູ່ໂຮງໝໍແຫ່ງໜຶ່ງໃນປະເທດໄທຮຽບຮ້ອຍ, ຜົນກວດອອກມາເປັນລົບ ທີ່ເປັນອາການເລີມ ຊະນິດທີ 1 ທີ່ມີອາການເປັນຕຸ່ມໜອງ ໂດຍຕິດຕໍ່ທາງຜິວໜັງ ແລະ ສຳຜັດສິ່ງຂອງຂອງຜູ້ມີເຊື້ອ, ແລ້ວທາງການໄທໄດ້ອອກມາຢືນຢັນວ່າ ຍັງບໍ່ພົບຜູ້ຕິດເຊືອຝີດາດລີງເທື່ອ.

ບົດຄວາມຫຼ້າສຸດ

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...