spot_img
Homeຂ່າວຕ່າງປະເທດ​ເສັ້ນທາງ​ລົດ​ໄຟ​ຈີນ-ມຽນມາ​ ໄດ້​ເປີດ​ນຳ​ໃຊ້​ເພື່ອ​ຊຸກຍູ້​ການ​ຄ້າ​ກັບ​ອາ​ຊຽນ

​ເສັ້ນທາງ​ລົດ​ໄຟ​ຈີນ-ມຽນມາ​ ໄດ້​ເປີດ​ນຳ​ໃຊ້​ເພື່ອ​ຊຸກຍູ້​ການ​ຄ້າ​ກັບ​ອາ​ຊຽນ

Published on

ຈາກການລາຍງານຂອງ ໂກຣໂບທາຍ, ໃນວັນຈັນທີ 23 ທີ່ຜ່ານມານີ້ ເສັ້ນທາງລົດໄຟສາຍໃໝ່ ຈາກເທດສະບານເມືອງສົງຊິງ (Chongqing)ທາງຕະເວັນຕົກສຽງໃຕ້ຂອງຈີນໄປ ຫາ ເມືອງມັນດາເລ (Mandalay)ທີ່ຢູ່ທາງພາກໃຕ້ຂອງມຽນມາ ເຊິ່ງໄດ້ເລີ່ມເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ຂະບວນລົດໄຟຂົນສົ່ງສິນຄ້າຊຸດທຳອິດຈະອອກເດີນທາງຈາກ ສົງຊິງ, ເຊິ່ງຈະມາຮອດເມືອງມັນດາເລ ປະມານ 20 ມື້.

ເຈົ້າໜ້າທີ່ຈາກເມືອງສົງຊິງ ໄດ້ກ່າວວ່າ: ເສັ້ນທາງໃໝ່ນີ້ຄາດ​ວ່າ​ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຂອງ ສົງຊິງ ກັບ​ ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ແລະ ບັນດາ​ສະມາຊິກ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP).

​ການ​ປະຕິບັດ​ງານ​ທີ່​ປະສົບ​ຜົນ​ສຳ​ເລັດ​ຂອງ​ເສັ້ນທາງ​ໃໝ່​ນີ້ ​ເປີດ​ເສັ້ນທາງ​ການ​ຂົນ​ສົ່ງ​ສິນຄ້າ​ສົ່ງ​ອອກ ​ຈາກ​ນະຄອນ​ສົງຊີງແລະ​ເຂດ​ໃກ້​ຄຽງ, ​ເພາະວ່າ​ສິນຄ້າ​ສາມາດ​ໄປ​ເຖິງ​ເອີຣົບ, ອາ​ຟຣິກາ, ຕາ​ເວັນ​ອອກ​ກາງ ​ແລະ​ ອາຊີ​ໃຕ້ ​ໂດຍ​ຜ່ານ​ທ່າ​ກຳ​ປັ່ນ​ທາງ​ທະ​ເລ​ຂອງ​ມັນ​ດາ​ເລ, ອີງ​ຕາມ ບໍລິສັດ​ຂົນ​ສົ່ງ​ທາງ​ລົດ​ໄຟ​ທ້ອງ​ຖິ່ນ Yuxinou Logistics .

ຜູ້ຈັດການບໍລິສັດ Yuxinou Logistics ກ່າວວ່າ, ສົງຊີງ ຈະສົ່ງເສີມການເຊື່ອມໂຍງ ແລະ ການພັດທະນາວິທີການຂົນສົ່ງ ຈາກນະຄອນຫຼວງ ໄປຫາມຽນມາ, ໂດຍມີໄລຍະທາງ 2.000 ກິໂລແມັດ ໃຊ້ເວລາ 15 – 20 ມື້. ເສັ້ນທາງນີ້ສາມາດຫຼຸດໄລຍະທາງ ແລະ ເວລາຂົນສົ່ງໃຫ້ໜ້ອຍລົງ ພ້ອມທັງເປັນການປັບປຸງຮູບແບບການສົ່ງສິນຄ້າ.

ເສັ້ນທາງສາຍໃໝ່ນີ້ ມີຂຶ້ນຍ້ອນວ່າ ຈີນ ແລະ ສະມາຊິກອາຊຽນ ຊຸກຍູ້ການເຊື່ອມຕໍ່ດ້ານການຂົນສົ່ງ ພາຍຫຼັງການເປີດຕົວທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ພາຍໃຕ້ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ທີ່ຈີນສະເໜີໃຫ້ໃນເດືອນທັນວາ 2021. ເສັ້ນທາງລົດໄຟດັ່ງກ່າວ ໄດ້ມີການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຢ່າງຫຼວງຫຼາຍ. ເນັ້ນ​ໜັກ​ເຖິງ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ລະ​ຫວ່າງ ​ຈີນ​ກັບ​ອາ​ຊຽນ. ​ໃນ​ຕົ້ນ​ເດືອນ​ນີ້, ທາງ​ລົດ​ໄຟ ລາວ​-​ຈີນ ໄດ້​ຮັບ​ການ​ຂົນ​ສົ່ງ​ຜູ້​ໂດຍສານ 2,7 ລ້ານ​ຄົນ ​ແລະ ສິນຄ້າ 2,9 ລ້ານ​ໂຕນ ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້, ອີງຕາມ​ຂໍ້​ມູນ​ຂອງ​ທາງ​ການ.

 

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...