Homeຂ່າວຕ່າງປະເທດຂົນສົ່ງໄທ ກຽມເປີດລົດໂດຍສານ ລະຫວ່າງປະເທດ ໄທ-ລາວ

ຂົນສົ່ງໄທ ກຽມເປີດລົດໂດຍສານ ລະຫວ່າງປະເທດ ໄທ-ລາວ

Published on

ອະທິການບໍດີກົມການຂົນສົ່ງທາງບົກ ໄດ້ເວົ້າວ່າ: ຫຼັງຈາກທີ່ ສປປ ລາວ ເປີດປະເທດຢ່າງເຕັມຮູບແບບ ແລະ ເປີດຊາຍແດນລະຫວ່າງປະເທດ ເຮັດໃຫ້ມີການປົດລັອກດ້ານການເດີນທາງດ້ວຍລະບົບຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າບໍລິເວນຊາຍແດນເພີ່ມຫຼາຍຂຶ້ນ, ໃນວັນທີ 1 ມິຖຸນາ ນີ້ ຈະມີການປະຊູມກັບຂົນສົ່ງທາງ ສປປ ລາວ ເພື່ອຕຽມຄວາມພ້ອມໃນການກັບມາເປີດລົດໂດຍສານ ເສັ້ນທາງລະຫວ່າງໄທ-ລາວ ໂດຍມີຄື: ເສັ້ນທາງໜອງຄາຍ-ວຽງຈັນ, ອຸດອນທານີ-ວຽງຈັນ ແລະ ອຸບົນລາຊະທານີ-ປາກເຊ.

ເນື່ອງຈາກໄດ້ຢຸດໃຫ້ບໍລິການເປັນເວລາ 2-3 ປີແລ້ວ ຖ້າມີການເປີດບໍລິການ ຕ້ອງໄດ້ກຳນົດເສັ້ນທາງທີ່ຈະເປີດໃຫ້ຊັດເຈນ ລວມທັງວັນເວລາທີ່ເປີດບໍລິການ ມາດຕະການເງື່ອນໄຂລົດໂດຍສານພາຍໃຕ້ການປະຕິບັດຕາມມາດຕະການປ້ອງກັນໂຄວິດ-19.

ແຫຼ່ງຂ່າວຈາກ ເດລິນິວ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...