Homeຂ່າວຕ່າງປະເທດອາເມຣິກາ ອະນຸມັດໃຫ້ຈັດສົ່ງທະຫານໄປຍັງປະເທດໂຊມາເລຍ

ອາເມຣິກາ ອະນຸມັດໃຫ້ຈັດສົ່ງທະຫານໄປຍັງປະເທດໂຊມາເລຍ

Published on

ທ່ານ ໂຈໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ອະນຸມັດໃຫ້ຈັດສົ່ງທະຫານໄປຍັງປະເທດໂຊມາເລຍ ການເຄື່ອນໄຫວດັ່ງກ່າວໄດ້ກັບກັນ ຈາກການຕັດສິນໃຈຂອງອະດີດປະທານາທິບໍດີ ໂດນັນ ທຣັມ ຈະຖອນທະຫານທັງໝົດອອກຈາກປະເທດໂຊມາເລຍ ໃນປີ 2020.

ອາເມຣິກາ ປັບຕຳແໜ່ງກອງກຳລັງສະຫະລັດໃນອາຟຣິກາອອກ ແລະ ຍ້າຍເພື່ອຟື້ນຟູກອງກຳລັງທະຫານຂອງສະຫະລັດໃນໂຊມາເນຍ, ເຈົ້າໜ້າທີ່ໄດ້ກ່າວວ່າ ທະຫານຕ່ຳກວ່າ 500 ສະຫາຍ ຈະຖືກສົ່ງກັບປະເທດ. ເຊິ່ງເຈົ້າໜ້າທີ່ລັດຂອງໂຊມາເລຍໄດ້ກ່າວວ່າ ມັນກະທັນຫັນເກີນໄປ.

ແລະເຈົ້າໜ້າທີ່ຈະບໍ່ຢືນຢັນວ່າ ໄບເດັນ ໄດ້ອານຸຍາດໃຫ້ໂຈມຕີເປົ້າໝາຍກັບຜູ້ນຳອັລຊາບັບ ຫຼື ບໍ , ແຕ່ໄດ້ກ່າວວ່າ ການປາກົດຕົວຂອງກອງທັບສະຫະລັດ ບໍ່ແມ່ນອົງປະກອບດຽວ ຂອງຍຸດທະສາດຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດໃນປະເທດໂຊມາເລຍ.

 

ບົດຄວາມຫຼ້າສຸດ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...