spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

Published on

ໃນຕອນເຊົ້າວັນທີ 17 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງ ທ່ານ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 15-17 ພຶດສະພາ 2022 ເພື່ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຂອງສອງສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຈັດຕັ້ງປະຕິບັດ ໜຶ່ງໃນບັນດາກິດຈະກຳ ສຳລັບການສະເຫຼີມສະຫຼອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ- ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 45 ປີ ໃຫ້ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ, ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນດ້ານຕ່າງໆ ທີ່ສະພາແຫ່ງຊາດຫວຽດນາມ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສໍາເລັດຂອງການຮ່ວມມືສອງຝ່າຍ ໂດຍສະເພາະ ການປະຕິບັດໂຄງການທີ່ສຳຄັນ, ຜົນສໍາເລັດຂອງການພົບປະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເປັນການປະກອບສ່ວນສໍາຄັນ ເຮັດໃຫ້ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ກໍຄື ສອງລັດຖະບານ ລາວ-ຫວຽດນາມ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ນັບມື້ເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ; ໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນໝາກຜົນ ກໍ່ຄືມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ຄຽງຄູ່ກັບການພົວພັນຮ່ວມມື ທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ;. ພ້ອມດຽວກັນນີ້, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີ ຕໍ່ ປະທານສະພາແຫ່ງຊາດຫວຽດນາມ ເພື່ອສືບຕໍ່ຊີ້ນໍາ ແລະ ເພີ່ມທະວີການຮ່ວມມືດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດ ມາໃຫ້ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຢ່າງຕໍ່ເນື່ອງ.

ນອກ ຈາກນັ້ນ,  ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ຈົ່ງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມ ຜ່ານ ປະທານສະພາແຫ່ງຊາດ ໄປຍັງການນຳຂັ້ນສູງ ຂອງພັກ ແລະ ລັດ ແຫ່ງ ສສ ຫວຽດ ນາມ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານ ເວືອງ ດິງ ເຫວະ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະພາແຫ່ງຊາດລາວ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ; ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈ ຮ່ວມກັນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...