spot_img
Homeຂ່າວຕ່າງປະເທດປະທານາທິບໍດີສະຫະລັດອາເມຣິກາ ລົງນາມໃຫ້ລັດຖະບານມອບອາວຸດໄປຍັງຢູເຄຣນ

ປະທານາທິບໍດີສະຫະລັດອາເມຣິກາ ລົງນາມໃຫ້ລັດຖະບານມອບອາວຸດໄປຍັງຢູເຄຣນ

Published on

ໃນວັນຈັນທີ 9 ພຶດສະພານີ້, ທ່ານ ໂຈໄບເດັນ ປະທານາທິບໍດີສະຫະລັດອາເມຣິກາ ໄດ້ລົງນາມໃຫ້ລັດຖະບານມອບອາວຸດໄປຍັງຢູເຄຣນ ເພື່ອຊ່ວຍເຫຼືອໃນການສູ້ກັບຣັດເຊຍ ໂດຍມາດຕະການນີ້ເກີດແຕ່ສະໄໝສົງຄາມໂລກຄັ້ງທີ 2 ທີ່ເຄີຍສະໜັບສະໜູນພັນທະມິດຂອງສະຫະລັດອາເມຣິກາ ສູ້ກັບນາຊີເຢຍລະມັນ.

ທ່ານ ໄບເດັນ ລົງນາມຮ່າງກົດໝາຍໃຫ້ຢືມ-ເຊົ່າ  (Lend-Lease Act of 2022) ພ້ອມທັງລະບຸວ່າ ສະຫະລັດ ສະໜັບສະໜູນຢູເຄຣນ “ຕໍ່ສູ້ເພື່ອປົກປ້ອປະເທດ ແລະ ປະຊາທິປະໄຕຂອງພວກເຂົາ ຈາກສົງຄາມອັນໂຫດຮ້າຍປ່າເຖື່ອນຂອງປູຕິນ” ນອກຈາກນີ້ທ່ານໄບເດັນ ໄດ້ຂໍງົບປະມານຊ່ວຍເຫຼືອຢູເຄຣນເພີ່ມອີກ 33.000 ລ້ານໂດລາ.

ເຖິງວ່າສະຫະລັດຈະໄດ້ຈ່າຍເງິນໄປຫຼາຍພັນລ້ານໂດລາໃນສົງຄາມລະຫວ່າງຢູເຄຣນ ແລະ ຣັດເຊຍ ແຕ່ທ່ານ ໄບເດັນ ໄດ້ກ່າວວ່າ “ການຍອມຈຳນົນຕໍ່ຜູ້ຮຸກຮານ ຈະຕ້ອງຊົດໃຊ້ໃນລາຄາທີ່ແພງກວ່ານີ້”.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...