spot_img
Homeຂ່າວພາຍ​ໃນທູດລາວ ມອບໜັງສືຜ່ານແດນໃຫ້ນັກກິລາ ເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ຫວຽດນາມ

ທູດລາວ ມອບໜັງສືຜ່ານແດນໃຫ້ນັກກິລາ ເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ຫວຽດນາມ

Published on

ໃນວັນທີ 27 ເມສາ 2022 ໂດຍຕາງໜ້າໃຫ້ສະຫະພັນມວຍລາວແລະສະຫະພັນເທັນນິດແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສ.ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນ ( Passeport ) ໃຫ້ແກ່ທ່ານ ມິກ ເລຣດກວຽກ ສະເດັດຕັນ ນັກກິລາເທັນນິດ ອາຊີບ ທີ່ຕິດຢູ່ໃນອັນດັບ ທີ່ດີຂອງໂລກ ແລະ ທ່ານ ດີມີຕຣີ ກິດຕະນະ ສີລາລັກ ນັກກິລາ ຄິງບ໋ອກຊິງ ທີ່ຕິດອັນດັບຂອງປະເທດຝຣັ່ງ ເພື່ອກະກຽມເຂົ້າຮ່ວມຮັບໃຊ້ທີມຊາດລາວໃນຊີເກມ ຄັ້ງທີ 31 ທີ່ຈະຈັດຂື້ນທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນ ພຶດສະພາ ທີ່ຈະມາເຖິງນີ້

ທ່ານ ມິກ ເລຣດກວຽກ ສະເດັດຕັນ ລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ມິກ, ເກີດວັນທີ 20/ 06/1993 ທີ່ເມືອງchamps-sur-marne ແລະ ເລີ່ມຕົ້ນຮຽນຫຼີ້ນກິລາເທັນນິດ ນັບແຕ່ອາຍຸພຽງ 5 ປີ ໂດຍໄດ້ຮັບການສະໝັບສະໝູນຈາກຜູ້ເປັນພໍ່ ແລະເຂົ້າໂຮງຮຽນຝຶກສອນເທັນນິດອາຊີບ ຈົນໄດ້ຕິດທີມຊາດຂອງປະ ເທດຝຣັ່ງກາຍເປັນນັກກິລາອາຊີບໃນປະຈຸບັນ, ມີການແຂ່ງ ຂັນຈັດອັນດັບຂອງໂຕເອງຕະຫຼອດໃນຂອບເຂດເອີຣົບ ແລະທະວີບອື່ນໆ.

ນັບວ່າເປັນຄັ້ງທໍາອິດ ທີ່ທ່ານໄດ້ຖຶກຄັດ ເລືອກເຂົ້າຮ່ວມສະຫະພັນເທັນນິດແຫ່ງຊາດເພື່ອເຂົ້າຮ່ວມ ແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ຫວຽດ ນາມ ໂດຍມີແຜນການຈະບີນເຂົ້າໄປ ສປປ ລາວ ຝຶກຊ້ອມຮ່ວມກັບສະຫະພັນເທັນນິດ ກ່ອນການແຂ່ງຂັນໃນ 1 ອາ ທິດກ່ອນການແຂ່ງຂັນ.

ທ່ານ ດີມີຕຣີ ກິດຕະນະ ສີລາລັກ ລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ດີມີຕຣີ ກິດຕະນະ ສີລາລັກ ເກີດເມື່ອວັນທີ 7/ 11 /1991 ທີເມືອງ Roubaix ຢູ່ທາງພາກເໝືອຂອງປະເທດຝຣັ່ງ ເປັນນັກກິລາມວຍຄິງບ໋ອກຊິງ ອາຊີບໃນລຸ້ນ 63 ກິໂລຊຶ່ງໄດ້ຝຶກຊ້ອມໃນການຫຼິ້ນກິລາຄິງບ໋ອກຊິງ ມາແຕ່ອາຍຸຍັງນ້ອຍໆ ແລະເຂົ້າຮ່ວມແຂ່ງຂັນເປັນກິລາອາຊີບ.

ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເປັນພໍ່ແມ່ ແລະ ນັກກິລາທັງສອງທ່ານ ລວມໄປເຖິງຍາດຕິພີ່ນ້ອງທີ່ມີນໍ້າໃຈຮັກເຊື້ອແພງຊາດ ຢາກປະກອບສ່ວນເຂົ້າໃນຂົງເຂດທາງດ້ານກິລາເພື່ອພັດທະນາວົງການກິລາລາວອິກອັນໜື່ງເພື່ອປະ ກອບສ່ວນອຸທິດເຫື່ອແຮງໃຫ້ສະຫະພັນ ແລະ ຖ່າຍທອດທັກສະປະສົບການຫຼາຍໆດ້ານ ໃຫ້ເພື່ອຮ່ວມສະຫະພັນດຽວກັນ ເພື່ອນໍາພາສະຫະພັນກໍ່ຄືທີມຊາດລາວເຮົາກ້າວໄປໃນລະດັບທີ່ດີກ່າວເກົ່າ.

ແຫຼ່ງຂ່າວ: ສະມາຄົມນັກຂ່າວແຫ່ງ ສ ປ ປ ລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...