Homeຂ່າວຕ່າງປະເທດຣັດເຊຍຍິງຂີປະນາວຸດ ໂຈມຕີເມືອງຄຽບ

ຣັດເຊຍຍິງຂີປະນາວຸດ ໂຈມຕີເມືອງຄຽບ

Published on

ຣັດ​ເຊຍ​ໄດ້ຍິງ​ຂີປະນາວຸດສອງ​ລູກ​ໃສ່​ນະຄອນຫຼວງ​ຂອງ​ຢູ​ເຄຣນ​ໃນ​ຂະນະ​ທີ່​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດກໍາລັງຢູ່ໃນລະຫວ່າງການຢ້ຽມຢາມຢູເຄຣນ​ເພື່ອຫວັງ​ຢຸດຕິ​ຄວາມຄັດແຍ່ງລະຫວ່າງຣັດ​ເຊຍ ​ແລະ ຢູເຄຣນ.

ເຈົ້າ​ຄອງ​ນະຄອນ​ຫຼວງຄຽບ​ຂອງ​ຢູ​ເຄຣນ ​ໄດ້​ຂຽນ​ຂໍ້ຄວາມລົງ​ທວີດ​ວ່າ ​ມື້ວານ​ນີ້ຣັດ​ເຊຍ​ໄດ້​ຍິງ​ຂີປະນາວຸດສອງລູກ​ໃສ່​​ນະຄອນ​ຫຼວງຄຽບ ໂດຍຂີປະນາວຸດລູກໜຶ່ງຕົກເຂົ້າໄປໃນອາຄານທີ່ຢູ່ອາໄສແຫ່ງໜຶ່ງ ເຊິ່ງ​ໄດ້​ເຮັດໃຫ້ມີຄົນໄດ້ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 3 ຄົນ. ສ່ວນອີກໜ່ວຍໜຶ່ງຕົກຢູ່ໃກ້ຕຶກອາຄານອີກແຫ່ງໜຶ່ງ ແຕ່ບໍ່ມີລາຍງານຜູ້ທີ່ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ການ​ໂຈມ​ຕີດັ່ງກ່າວຂອງຣັດ​ເຊຍ​ໃນ​ຢູ​ເຄຣນ​ຄັ້ງ​ນີ້ ເກີດຂຶ້ນໃນລະຫວ່າງ ທ່ານ ແອນໂຕນິໂອ ກູເຕີເຣສ໌ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດກໍາລັງຢ້ຽມຢາມ​ຢູ​ເຄຣນເພື່ອປຶກສາຫາລືກັບປະທານາທິບໍດີ ວໍໂລດີເມຍ ເຊເລນສກີ ກ່ຽວກັບແນວທາງການອົບພະຍົບປະຊາຊົນທີ່ຍັງຕິດຢູ່ໃນເມືອງມາຣິອູປໍ ເຊິ່ງຕົກຢູ່ພາຍໃຕ້ການຍຶດຄອງຂອງຣັດເຊຍ ລວມທັງມີ​ການ​ປຶກສາ​ຫາລື​ກ່ຽວ​ກັບແນວທາງການ​ຢຸດຕິ​ຄວາມຂັດແຍ່ງ​ກັນ​ລະຫວ່າງຣັດ​ເຊຍ ​ແລະ​ ຢູເຄຣນໂດຍສັນຕິວິທີ.

ພາຍຫຼັງ​ການ​ປຶກສາຫາລືດັ່ງກ່າວ ທ່ານ ກູເຕີເຣສ໌ ​ໄດ້​ອອກ​ມາຖະແຫຼງຂ່າວ​ຮ່ວມ​ກັບ​ປະທານາທິບໍດີ ເຊເລນສກີ ຂອງ​ຢູ​ເຄຣນ ​ໂດຍ​ຍອມຮັບ​ວ່າ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ປະສົບຄວາມຫຼົ້ມເຫຼວໃນການປ້ອງກັນ ຫຼື​ ຢຸດຕິ​ສົງຄາມ​ໃນຢູ​ເຄຣນ. ຢ່າງໃດກໍ່ຕາມ ທ່ານ ກູເຕີເຣສ໌ ຍັງໄດ້ກ່າວວ່າ ການ​ມາຢ້ຽມຢາມ​ຢູ​ເຄຣນຄັ້ງ​ນີ້ເພື່ອເປັນການບອກຜູ້ນໍາ ແລະ ບັນດາປະຊາຊົນຢູເຄຣນວ່າ ລາວຈະບໍ່ຍອມແພ້ ແລະ ຈະສືບຕໍ່ພະຍາຍາມຊອກຫາມາດຕະການອື່ນໆຕໍ່ໄປ.

ນອກນັ້ນ ກໍ່ຍັງມີຂ່າວລາຍງານວ່າ ທ່ານ ໂຈ ໄບເດນ ປະທານາທິບໍດີສະຫະລັດ ໄດ້ຮຽກຮ້ອງໃຫ້ລັດຖະສະພາແຫ່ງສະຫະລັດເລັ່ງການລະດົມທຶນຊ່ວຍເຫຼືອຈໍານວນ 33 ຕື້ໂດລາ ເພື່ອສະໜັບສະໜູນ​ການ​ຕໍ່ສູ້​ຂອງ​ຢູ​ແຄຣນໃນການ​ປ້ອງ​ກັນ​ຕົນ​ເອງ​ຈາກ​ຣັດ​ເຊຍ.

ການ​ຮ້ອງ​ຂໍ​ເງິນ​ທຶນ​ດັ່ງກ່າວ ລວມເຖິງເງິນຈໍານວນຫຼາຍກວ່າ 20 ຕື້​ໂດ​ລາ​ສະຫະລັດໃນການ​ຊ່ວຍ​ເຫຼືອດ້ານທະຫານໃຫ້ກັບຢູເຄຣນ ແລະ ໃນຄວາມພະຍາຍາມຂອງສະຫະລັດ​ອາ​ເມ​ລິ​ກາ​ໃນ​ການ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຂອງ​ເອີ​ຣົບ​ໃນ​ການ​ຮ່ວມ​ມື​ກັບປະເທດພັນທະມິດທີ່ເປັນສະມາຊິກຂອງ​ອົງການ​ສົນທິສັນຍາ​ປ້ອງກັນອັດ​ລັງ​ຕິກ​ເໜືອ (NATO) ​ແລະ ພັນທະ​ມິດ​ອື່ນໆ​ໃນ​ພາກ​ພື້ນ.

ແຫຼ່ງທີ່ມາ: EURACTIV

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...