spot_img
Homeຂ່າວພາຍ​ໃນຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຢາມ ສສ ຫວຽດນາມ

ຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຢາມ ສສ ຫວຽດນາມ

Published on

ໃນລະຫວ່າງ ວັນທີ 25-27 ເມສາ 2022 ນີ້ ຄະນະຜູ້ແທນຂັ້ນສູງແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເດີນທາງ ຢ້ຽມຢາມ ສາທາລະນະສັດ ສັງຄົມນິຍົມ ເຊິ່ງໄດຮັບການຕ້ອນຮັບ ຂອງ ສະຫາຍ ນາງ ຫວໍ ຖິ ແອັງ ຊວັນ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ.

ພິທີຕ້ອນຮັບໄດ້ຖືກຈັດຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ທີ່ສໍານັກງານປະທານປະເທດ, ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ແລະ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ.

ຫຼັງຈາກນັ້ນ, ສອງຮອງປະທານປະເທດ ໄດ້ພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກວ້າງ ຂວາງ, ເລິກເຊິ່ງ ແລະ ກົງໄປກົງມາ ກ່ຽວກັບສະພາບການອັນພົ້ນເດັ່ນຂອງແຕ່ລະປະເທດ, ສະພາບການພາກພື້ນສາກົນ, ການຮ່ວມມືສອງປະເທດ ແລະ ການຮ່ວມມື ລະຫວ່າງ ສອງຫ້ອງວ່າການປະທານປະເທດ.

ສອງຝ່າຍໄດ້ຕີລາຄາສູງ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ບັນດາການຕົກລົງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການນໍາຂັ້ນສູງສອງຝ່າຍໄດ້ ໄປມາຫາສູ່ກັນຢ່າງເປັນປົກກະຕິ. ສອງຝ່າຍຢືນຢັນຄືນ ທິດທາງການຮ່ວມມືໃນຕໍ່ໜ້າ ທີ່ການນໍາຂັ້ນສູງສອງປະເທດໄດ້ມີການຕົກລົງຮ່ວມກັນ ແລະ ເພີ່ມທະວີການຮ່ວມມືໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ເອກະສານຮ່ວມມືຕ່າງໆ ທີ່ສອງພັກ, ສອງລັດ ກໍ່ຄື ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ມີຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ໃນໂອກາດຢ້ຽມຢາມ ສສ ຫວຽດ ນາມ ໃນຄັ້ງນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວະ, ປະທານສະພາແຫ່ງຊາດ, ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/ 1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18/7/ 1977-18/7/2022) ຊຶ່ງບັນດາການພົບປະດັ່ງກ່າວແມ່ນເຕັມໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຄວາມສາມັກຄີຖານສະ ຫາຍອ້າຍນ້ອງ.

ພ້ອມນັ້ນ, ສະຫາຍ ຮອງປະທານປະເທດ ກໍໄດ້ພົບປະຢ້ຽມຢາມ ສະຫາຍ ຫງວຽນ ຖິ ກີມ ເງິນ, ອະດີດປະທານສະພາແຫ່ງຊາດ ແລະ ສະຫາຍ ຕ໋ອງ ຖິ ຝອງ, ອະດີດຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄີຍປະຕິບັດວຽກງານຮ່ວມກັນ, ແລະ ໄດ້ສືບຕ່ໍ່ເຄື່ອນໄຫວຢ້ຽມຢາມ ເພື່ອຖອດຖອນບົດຮຽນໃນການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງ ກວາງນິງ ແລະ ແຂວງຮ່າຢາງ.
ຂ່າວ-ພາບ: ກົມການຂ່າວກະຊວງ ການຕ່າງປະເທດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...