Homeຂ່າວພາຍ​ໃນພິທີ ມອບ-ຮັບ ເສັ້ນທາງເບຕົງ ບ້ານນໍ້າໂມ້, ເມືອງອະນຸວົງ, ແຂວງໄຊສົມບູນ

ພິທີ ມອບ-ຮັບ ເສັ້ນທາງເບຕົງ ບ້ານນໍ້າໂມ້, ເມືອງອະນຸວົງ, ແຂວງໄຊສົມບູນ

Published on

ພິທີ ມອບ-ຮັບ ເສັ້ນທາງເບຕົງ ບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ເມສາ 2022 ນີ້ ທີ່ເດີ່ນໂຮງຮຽນມັດທະຍົມບ້ານນໍ້າໂມ້. ໂດຍເຂົ້າຮ່ວມພິທີຄັ້ງນີ້ ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີສໍານັກງານນາຍົກລັດຖະມົນຕີ, ຕາງໜ້າລັດຖະບານລາວ, ຕະຫຼອດຮອດຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ບຸນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ, ທ່ານ ເຫວີນຟູຫວາງ ຜູ້ອໍານວຍການໃຫຍ່ບໍລິສັດພູເບ້ຍມາຍນິງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍເຂົ້າຮ່ວມ ເປັນສັກຂິພະຍານ.

ໃນພິທີ ທ່ານ ບຸນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ ໄດ້ຂຶ້ນລາຍງານກ່ຽວກັບໂຄງການກໍ່ສ້າງເສັ້ນທາງເບຕົງບ້ານນໍ້າໂມ້, ເມືອງອະນຸວົງ ແຂວງໄຊສົມບູນ ຊຶ່ງເປັນໂຄງການໜຶ່ງທີ່ນອນຢູ່ໃນບັນດາ 420 ໂຄງການພັດທະນາຊຸມຊົນຂະໜາດນ້ອຍ ທີ່ທາງບໍລິສັດໄດ້ຈັດຕັ້ງປະຕິບັດຢູ່ ສປປລາວ ໃນໄລຍະຜ່ານມາ ແລະ ຍັງເປັນອີກໂຄງການໜຶ່ງ ທີ່ບໍ່ໄດ້ນອນຢູ່ໃນຂໍ້ກໍານົດຂອງສັນຍາສໍາປະທານໂດຍກົງ ແຕ່ຍ້ອນເຫັນໄດ້ຄວາມໝາຍສໍາຄັນໃນດ້ານຕ່າງໆ ການນໍາແຂວງຈຶ່ງໄດ້ມີການປຶກສາຫາລືຮ່ວມກັບບໍລິສັດພູເບ້ຍມາຍນິງ ແລະ ໄດ້ມີຄວາມເຫັນດີເປັນເອກະພາບກັນ ກໍ່ສ້າງເສັ້ນທາງດັ່ງກ່າວຂຶ້ນມາ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ແຂກຄົນ ໃນການສັນຈອນໄປມາຫາສູ່ກັນ.

ສຳລັບເສັ້ນທາງເບຕົງດັ່ງກ່າວ ມີຄວາມຍາວທັງໝົດ 2.728 ກິໂລແມັດ; ກ້ວາງ 6 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ 1,422,500 ໂດລາສະຫະລັດ ໂດຍເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງໄດ້ແບ່ງການກໍ່ສ້າງອອກເປັນສອງໄລຍະຄື: ໄລຍະທີ1 ເລີ່ມແຕ່ເດືອນ ພະຈິກ 2020 ຫາ ເດືອນ ມັງກອນ 2021 ແລະ ໄລຍະທີ 2 ເລີ່ມແຕ່ ເດືອນ ຕຸລາ ຫາ ເດືອນ ທັນວາ 2021 ຊຶ່ງປັດຈຸບັນແມ່ນສໍາເລັດແລ້ວ 100%.

ຫຼັງຈາກນັ້ນ ທ່ານ ເຫວີນຟູຫວາງ ຜູ້ອໍານວຍການໃຫຍ່ບໍລິສັດພູເບ້ຍມາຍນິງ ໄດ້ຂຶ້ນກ່າວມອບເສັ້ນທາງເບຕົງ ບ້ານນໍ້າໂມ້ ໃຫ້ອົງການປົກຄອງ ແຂວງໄຊສົມບູນ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ຢ່າງເປັນທາງການ.

ຂໍ້ມູນ: MediaLAOS

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...