spot_img
Homeຂ່າວພາຍ​ໃນທ່ານ David Malpass ເຕືອນວ່າ: ວິກິດການດ້ານອາຫານ ອາດຈະແກ່ຍາວໄປຮອດປີໜ້າ

ທ່ານ David Malpass ເຕືອນວ່າ: ວິກິດການດ້ານອາຫານ ອາດຈະແກ່ຍາວໄປຮອດປີໜ້າ

Published on

ອີງຕາມສຳນັກ​ຂ່າວ​ ຊິນ​ຫົວ ລາຍງານ: ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ David Malpass ປະທານ​ ທະນາຄານ​ໂລກ ​ເຕືອນວ່າ:ວິ​ກິດ​ການ​ ດ້ານ​ອາຫານອາດ​ຈະ​ແກ່ຍາວ ​ຮອດ​ປີໜ້າ ​ເນື່ອງ​ຈາກສະພາບ​ການ​ໂລກ ຍັງ​​ເກີດ​ຄວາມ​ຄັດ​ແຍ່ງກັນ​ຫລາຍ​ຂຶ້ນ ​ເຮັດ​ໃຫ້ລາຄາ ​ອາຫານ ປັບ​ຕົວ​ເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງ ​ເຖິງ37% ​ແລ້ວ​ ເມື່ອ​ທຽບ​ໃສ່ ​ລາຍ​ປີ ​ແລະ ປັບ​ຕົວ​ຂຶ້ນ​ຫລາຍ​ກວ່າດັດຊະນີຜູ້​ບໍລິ​ໂພ​ກ (CPI) ດັ່ງນັ້ນ ທະນາຄານ​ໂລກ ຈະ​ຈັດ​ສັນ​ເງິນອຸດ​ໜູນ 170 ຕື້​ໂດ​ລາ​ສະຫະລັດ ​ໃນ​ໄລຍະ 15​ ເດືອນ​ຕໍ່ໜ້າ ​ເພື່ອ​ຊ່ວຍ​ ຫລຸດຜ່ອນວິ​ກິດ​ຄັ້ງນີ້ ຊຶ່ງ​ຈະ​ເປັນ ​ການຈັດ​ວົງ​ເງິນຊ່ວຍ​ເຫລືອ​ຫລາຍ​ທີ່​ສຸດຂອງ​ທະນາຄານ​ໂລກ.

ບັນຫາ​ທີ່​​ເກີດ​ຂຶ້ນ ສົ່ງ​ຜົນ​ກະທົບ​ຕໍ່​ກຸ່ມ​ຄົນ​ທຸກ​ຍາກທີ່​ຕ້ອງ​ຈ່າຍ​ເງິນ​ ຊື້​ອາຫານຫລາຍ​ກວ່າ​ ໃນ​ລາຍ​ຈ່າຍ ​ປະຈຳ​ວັນ ຕະຫລອດ ​ໄລຍະຫລາຍ​ປີ. ນອກ​ນີ້ທະນາຄານ​ໂລກຈະ​ຈັດ​ງົບປະມານ 11 ຕື້​ໂດ​ລາ ​ສະຫະລັດ​ໃນ​ໂຄງການ ​ສັກ​ວັກ​ຊິນໃນ 81 ​ປະ​ເທດ ພາຍ​ໃນ​ ທ້າຍ​ເດືອນມິຖຸນາ​ນີ້.
ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...