spot_img
Homeຂ່າວພາຍ​ໃນປະເທດລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ຊີ​ເກມ​ໃນ​ປີ 2029

ປະເທດລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ຊີ​ເກມ​ໃນ​ປີ 2029

Published on

ລາວ​ໄດ້​ຮັບ​ການ​ສະ​ເໜີ​ຊື່​ໃຫ້​ເປັນ​ເຈົ້າພາບ​ຈັດ​ງານແຂ່ງຂັນ​ກິລາ​ຊີ​ເກ​ມຄັ້ງ​ທີ 38 ​ໃນ​ປີ 2029. ຕາມ​ການ​ລາຍ​ງານ​ຂອງ​ວຽງຈັນ​ທາມ​ສ໌, ກຳປູ​ເຈຍ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນກິລາຊີ​ເກ​ມຄັ້ງ​ທີ 32 ​ໃນ​ປີ 2023, ​ໃນ​ຂະນະ​ທີ່​ໄທ​ຈະ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນກິລາຊີເກມ​ຄັ້ງ​ທີ 33 ​ໃນ​ປີ 2025. ສ່ວນອິນໂດເນເຊຍຈະເປັນເຈົ້າພາບຄັ້ງທີ 34 ໃນປີ 2027 ຂະນະທີ່ ສປປ ລາວ ຈະເປັນເຈົ້າພາບ ຄັ້ງທີ 35 ໃນປີ 2029.

ກອງ​ປະຊຸມ​​ສະຫະພັນ​ກິລາ​ຊີ​ເກມຄັ້ງຫຼ້າສຸດ​ໃຫ້​ຂໍ້​ສັງ​ເກດ​ວ່າ, ກຳປູ​ເຈຍ​ຈະ​ຈັດ​ກຸ່ມ​ກິລາ 3 ກຸ່ມ​ສໍາລັບ​ກິລາ​ຊີ​ເກມ​ໃນ​ປີໜ້າ ແລະ ​ຈະ​ຮັບ​ເອົາ​ການ​ລົງ​ຄະ​ແນນ​ສຽງ​ສະໜັບສະໜູນ​ຈາກ​ປະ​ເທດ​ອື່ນໆ​ທີ່​ເຂົ້າ​ຮ່ວມ. ລາວ, ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ສະ​ເໜີ​ໃຫ້ລວມສິລະ​ປະການປ້ອງກັນຕົວແບບໃໝ່ເຂົ້າໃນ​ງານ​ແຂ່ງຂັນກິລາ​ຊີ​ເກມໃນ​ປີໜ້າ.

ໃນຂະນະ​ທີ່​ມາ​ເລ​ເຊຍ ​ແລະ ​ອິນ​ໂດ​ເນ​ເຊຍ​ ສະ​ເໜີ​ໃຫ້​ມີກິລາປັນຈັກ​ສີ​ລັດ (Pensak silat), ສ່ວນລາວກໍ່​ໄດ້​ສະ​ເໜີ​ກິລາວູ​ຊູ (Wushu). ປັດຈຸບັນເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ກໍາລັງ​ເຮັດ​ໜ້າທີ່​ໃນການ​ຄວບຄຸມການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19​ຢູ່​ ລວມ​ທັງ​ສັກ​ວັກ​ຊີ​ນ​ໃຫ້​ປະ​ຊາ​ຊົນເຊິ່ງກໍ່ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ກະ​ກຽມ​ການ​ແຂ່ງ​ຂັນ​ໃນປີ​ໜ້າ.

ງານແຂ່ງຂັນ​ກິລາ​ຊີ​ເກມ​ປີ 2021 ທີ່ຈະ​ຈັດ​ຂຶ້ນ​ຢູ່​ກຸງຮາ​ໂນ່ຍ ປະ​ເທດ​ຫວຽດນາມ ນັບຕັ້ງ​ແຕ່​ວັນ​ທີ 12 ຫາ 23 ພຶດສະພາ​ປີ​ນີ້ ພາຍຫຼັງ​ການລະບາດ​ຂອງພະຍາດໂຄ​ວິດ-19 ທີ່​ເຮັດໃຫ້ບໍ່ສາມາດ​ຈັດງານແຂ່ງຂັນກິລາ​ຂຶ້ນ​ໃນ​ປີ​ກາຍ​ນີ້.

ອ້າງອີງຈາກ:​ The Laotian Times

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...