spot_img
Homeຂ່າວພາຍ​ໃນສາຍພັນໂອໄມຄຣອນສາມາດຕິດເຊື້ອຊ້ຳໄດ້ 2-3 ເທົ່າ

ສາຍພັນໂອໄມຄຣອນສາມາດຕິດເຊື້ອຊ້ຳໄດ້ 2-3 ເທົ່າ

Published on

ອີງຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນທີ 18 ເມສາ 2022 ໂດຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ທ່າອຽງການລະບາດຈະມີສັນຍານທີ່ດີຂຶ້ນແຕ່ພວກເຮົາກໍຍັງໄດ້ເຝົ້າລະວັງຢ່າງໃກ້ຊິດ ເພາະອົງການອານາໄມໂລກ ກ່າວວ່າ: ສາຍພັນໂອໄມຄຣອນເພີ່ມຄວາມສ່ຽງ ໃນການຕິດເຊື້ອໄດ້ອີກ ໄດ້ເຖິງ ່2-3 ເທົ່າ ເມື່ອທຽບກັບສາຍພັນເດລຕາ.

ຖ້າທ່ານຕິດໂຄວິດແລ້ວ ໂອກາດທີ່ທ່ານຈະຕິດເຊື້ອຊໍ້າຄືນອີກ ໂດຍສະເພາະ ໃນ ໄລຍະເດືອນທໍາອິດ ແມ່ນມີໂອກາດຢູ່ ແຕ່ຫນ້ອຍຫຼາຍ ເຊິ່ງເກີດນໍາແຕ່ບາງກໍລະນີເທົ່າ ນັ້ນ, ຍົກເວັ້ນ ຖ້າຫາກທ່ານຕິດເຊື້ອສາຍພັນໃຫມ່ ຕົວຢ່າງ: ຖ້າທ່ານຕິດເຊື້ອໂອໄມຄຣອນ BA.1 ແລ້ວຫາຍດີ ທ່ານສາມາດຕິດເຊື້ອໂອໄມ ຄຣອນ BA.2 ໄດ້ທັນທີ ເນື່ອງຈາກ 2 ສາຍພັນນີ້ແມ່ນຄົນລະສາຍພັນກັນ ຈິ່ງ ເຮັດໃຫ້ທ່ານສາມາດຕິດເຊື້ອໄດ້ຄືນອີກ

ແຕ່ເຖິງຢ່າງໃດກໍ່ຕາມ ຖ້າເຮົາອາໄສຢູ່ໃນບ້ານດຽວກັນ ແລະ ຕິດເຊື້ອຫມົດ ຄອບຄົວ ເຮົາກໍ່ສາມາດຄາດຄະເນໄດ້ວ່າ ຫນ້າຈະແມ່ນສາຍພັນດຽວກັນ ແລະ ໂອກາດທີ່ຈະຕິດເຊື້ອຊໍ້າຄືນອີກກໍ່ມີຫນ້ອຍ ຍົກຕົວຢ່າງ ຜູ້ເປັນພໍ່ແຜ່ເຊື້ອໂຄວິດໃຫ້ ຄົນໃນຄອບຄົວ ເມື່ອຜູ້ເປັນພໍ່ຫາຍດີແລ້ວ ຈະບໍ່ຕິດເຊື້ອຊໍ້າຄືນອີກ ເພາະເປັນ ສາຍພັນອັນເກົ່າ ແລະ ຍັງສາມາດຢູ່ຮ່ວມກັບຄົນໃນຄອບຄົວໄດ້ ໂດຍບໍ່ຈໍາເປັນ ຕ້ອງໃສ່ຜ້າປິດປາກດັງພາຍໃນບ້ານ ເພາະວ່າ ຫມົດຄອບຄົວແມ່ນຕິດເຊື້ອຫມົດແລ້ວ.

ແຕ່ສໍາລັບ ຄົນທີ່ມີຜູ້ຕິດເຊື້ອຢູ່ໃນບ້ານ ແຕ່ຕົນເອງບໍ່ທັນຕິດເຊື້ອເທື່ອນັ້ນ ຈໍາເປັນທີ່ ສູດ ຕ້ອງໄດ້ແຍກໂຕ ແລະ ກັກໂຕທັນທີ ເພາະວ່າທ່ານນອນຢູ່ໃນກຸ່ມສ່ຽງ ທີ່ມີ ໂອກາດຕິດເຊື້ອໄດ້ສູງ ແລະ ຈໍາເປັນຕ້ອງໃສ່ຜ້າຜິດປາກດັງໃນບ້ານ. ສໍາລັບ ເຄື່ອງໃຊ້ ແລະ ສິ່ງຂອງທີ່ໃຊ້ຮ່ວມກັນໃນບ້ານ ແມ່ນອະນາໄມ ເຮັດຄວາມ ສະອາດໄດ້ຕາມປົກກະຕິ ກໍ່ສາມາດຂ້າເຊື້ອໂຄວິດໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...