spot_img
Homeຂ່າວຕ່າງປະເທດເຮືອບັນທຸກນ້ຳມັນກາຊວນ ຈົມຢູ່ນອກຊາຍຝັ່ງເມືອງເກບ

ເຮືອບັນທຸກນ້ຳມັນກາຊວນ ຈົມຢູ່ນອກຊາຍຝັ່ງເມືອງເກບ

Published on

ເຈົ້າໜ້າທີ່ໜ່ວຍງານປົກປັກຮັກສາຊາຍຝັ່ງ ຕູນິເຊຍ ເລັ່ງເຂົ້າໃຫ້ຄວາມຊ່ວຍເຫຼືອລູກເຮືອບັນທຸກນ້ຳມັນກາຊວນຫຼາຍກວ່າ 1,000 ໂຕນລຳໜຶ່ງ ທີ່ອອກເດີນທາງຈາກປະເທດ ອີເຄວທໍຮຽວ ກິນີ ໄປທາງປະເທດມອລຕາ ເກີດອຸບັດຕິເຫດຈົມຢູ່ນອກຊາຍຝັ່ງເມືອງເກບ (Gabes) ທາງຕອນໃຕ້ຂອງປະເທດ ຕູນິເຊຍ ໂດຍທາງເຈົ້າໜ້າທີ່ສາມາດຊ່ວຍລູກເຮືອໄດ້ທັງໝົດ 7 ຄົນໄດ້ຢ່າງປອດໄພ.

ເຮືອໄດ້ຈົມລົງໃນຕອນເຊົ້າ ໃນເຂດນ່ານນ້ຳຕູນິເຊຍ ທາງດ້ານໂຄສົກຂອງສານທ້ອງຖິ່ນ ໂມຮາເມັດ ຄາເຣ ກ່າວວ່າ: ຄະນະກໍາມະການປ້ອງກັນໄພພິບັດຈະປະຊຸມກັນເພື່ອຕັດສິນໃຈກ່ຽວກັບມາດຕະການທີ່ຈະປະຕິບັດ. ເຮືອບັນທຸກນ້ຳມັນດັ່ງກ່າວມີຄວາມຍາວ 58 ແມັດ ແລະ ກວ້າງ 9 ແມັດ

ແນວໃດກໍຕາມພົບວ່າມີນ້ຳມັນຫລາຍເຖິງ 1,000 ໂຕນຮົ່ວໄຫລ ແລະ ລອຍໄປທົ່ວບໍລິເວນນັ້ນ ເຊິ່ງສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມຢ່າງຫຼວງຫຼາຍ ດ້ານກອງທັບເຮືອ ຕູນີເຊຍ ເປີດເຜິີຍວ່າຈະເຮັດວຽກຮ່ວມກັບປະເທດຕ່າງໆ ທີ່ປາຖະໜາຈະໃຫ້ການຊ່ວຍເຫລືອ ເຊິ່ງທາງອີຕາລີ ໄດ້ສະເໜີໃຫ້ສົ່ງເຮືອເດີນທະເລທີ່ຊ່ຽວຊານດ້ານການຈັດການໄພພິບັດທາງທະເລມາຊ່ວຍແກ້ໄຂປັນຫາທີ່ເກີດຂຶ້ນໃນຄັ້ງນີ້.

ທັງນີ້ໂຄງສ້າງພື້ນຖານເມືອງເກບປະສົບກັບບັນຫາສະພາບອາກາດທີ່ຮ້າຍແຮງໂດຍອົງກອນດ້ານສິ່ງແວດລ້ອມກ່າວວ່າໂຮງງານອຸດສາຫະກຳໄດ້ຖິ້ມຂີ້ເຫຍື້ອລົງທະເລໂດຍກົງຈົນເຮັດໃຫ້ພື້ນທີ່ບໍລິເວນດັ່ງກ່າວມີປັນຫາດ້ານສິ່ງແວດລ້ອມມາໂດຍຕະຫຼອດ.

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...