Homeຂ່າວພາຍ​ໃນໂຄວິດ-19 ສາຍພັນໃໝ່ BA.4 ແລະ BA.5

ໂຄວິດ-19 ສາຍພັນໃໝ່ BA.4 ແລະ BA.5

Published on

ໃນວັນທີ 12 ເມສາ 2022 ດัອກເຕີ ອະນັນ ຈົງແກ້ວວັດທະນາ ນັກໄວລັດວິທະຍາ ສູນພັນວິສະວະກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງ (ໄບໂອເທກ) ເປີດເຜີຍກ່ຽວກັບສາຍພັນໂຄວິດ ເຊິ່ງພົບວ່າໃນ ອາຟຣິກກາ ເກີດສາຍພັນໃໝ່ ແລະ ລະບາດຢ່າງວ່ອງໄວ ໂດຍຍາດພຶ້ນທີ່ຂອງສາຍພັນເກົ່າ ໂດຍວິເຄາະວ່າ ສາຍພັນໃໝ່ ຈະບໍ່ຮຸນແຮງກວ່າສາຍພັນກ່ອນໜ້າ.

ໂດຍ “BA.2 ທີ່ຄອບຄອງພື້ນທີ່ເກືອບ 100% ໃນອາຟລິກາໃຕ້ ເມື່ອເດືອນກ່ອນ ແລະ ພຽງແປບດຽວກໍພົບເຊື້ອໃໝ່ຢ່າງ BA.4 ແລະ BA.5 ຍາດພື້ນທີ່ເກືອບເຄິ່ງໜຶ່ງແລ້ວ ສະແດງວ່າເຊື້ອໃໝ່ມີການລະບາດວ່ອງໄວກວ່າ BA.2

ນັບວ່າເປັນຂ່າວດີໃນຕອນນີ້ເພາະຈໍານວນຜູ້ປ່ວຍໜັກໃນອາຟຣິກກາໃຕ້ຍັງບໍ່ເພີ່ມຂຶ້ນສູງຈົນຜິດສັງເກດ ສ່ວນໜຶ່ງອາດເປັນເພາະມີພູມຄຸ້ມກັນຈາກການຕິດໂອໄມຄຣອນມາກ່ອນໜ້ານີ້  ຫຼື ອາດຈະເປັນຂ່າວດີວ່າ BA.4 ແລະ BA.5 ບໍ່ຮຸນແຮງໄປກວ່າໂອໄມຄຣອນ.

ໂປຕີນໜາມສະໄປ BA.4 ແລະ BA.5 ມີການກາຍພັນເພີ່ມຈາກ BA.2 ມາ 2 ຕໍາແໜ່ງຄື L452R ທີ່ໄປຄືກັບເດລຕາ ແລະ ແລມດາ ແລະ F486V ເຊິ່ງທີ່ບໍ່ຄ່ອຍໄດ້ພົບໃນສາຍພັນອື່ນໆ ນອກຈາກນີ້ຕໍາແໜ່ງທີ່ 493 ຂອງສາຍພັນນ້ອງໃໝ່ຖືກປ່ຽນຈາກ R ມາເປັນ Q ເຊິ່ງຄືກັບສາຍພັນອື່ນໆກ່ອນໂອໄມຄຣອນ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...