spot_img
Homeຂ່າວພາຍ​ໃນກອງປະຊຸມລະດົມຄວາມຄິດ ເພື່ອແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ

ກອງປະຊຸມລະດົມຄວາມຄິດ ເພື່ອແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ

Published on

ອີງຕາມການລາຍງານ ໜັງສືພິມປະຊາຊົນ ລາຍງານວ່າ: ໃນວັນທີ 6 ເມສານີ້ ທີ່ຫໍປະຊຸມສະພາແຫ່ງຊາດ, ໄດ້ຈັດກອງປະຊຸມລະດົມແນວຄວາມຄິດ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19  ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ໃນໄລຍະຜ່ານມາບັນດາປະເທດໃນໂລກ ແລະ ພາກພື້ນ ກໍຄືປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ ນັ້ນແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະ ຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ ເປັນ ຕົ້ນຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆ.

ອີກປະການໜຶ່ງ ລາຄານໍ້າມັນໃນຕະຫຼາດໂລກມີການປັບຂຶ້ນ ແຕ່ຄຽງຄູ່ກັນນັ້ນອັດຕາແລກປ່ຽນເງິນກີບຕໍ່ເງິນສະກຸນຫຼັກມີການຜັນຜວນສົມຄວນ ເຮັດໃຫ້ຜູ້ປະກອບການພົບຄວາມຫຍຸ້ງຍາກໃນການ ດໍາເນີນທຸລະກິດ ແລະ ຈະມີຜົນທາງລົບຕໍ່ຄາດໝາຍດ້ານເສດຖະກິດມະຫາພາກ ຊຶ່ງຈະສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ເຮັດໃຫ້ເກີດມີໄພວ່າງງານ, ປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ. ຜ່ານມາລັດຖະບານກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແຕ່ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ ພວກເຮົາຕ້ອງມີຄວາມພະຍາຍາມຕື່ມ.

ດັ່ງນັ້ນ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າສະພາແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານ ຊຶ່ງມາຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາ ຂະແໜງການຂົງເຂດເສດຖະກິດ, ສະຖາບັນຄົ້ນຄວ້າເສດຖະກິດ, ຕາງໜ້າຈາກອົງການສາກົນປະຈໍາ ສປປ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວ ຮ່ວມກັນເປັນແນວທາງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ທ່ານປະທານສະພາແຫ່ງຊາດ ຍັງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້ າຮ່ວມປະຊຸມ ຈົ່ງສຸມສະຕິປັນຍາປະກອບຄໍາເຫັນໃສ່ບັນຫາດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...