spot_img
Homeຂ່າວພາຍ​ໃນອີກໜຶ່ງຄວາມພາກພູມໃຈຄາຣາເຕໂດທີມຊາດລາວຍາດໄດ້ 2 ຫຼຽນທອງ

ອີກໜຶ່ງຄວາມພາກພູມໃຈຄາຣາເຕໂດທີມຊາດລາວຍາດໄດ້ 2 ຫຼຽນທອງ

Published on

ໃນການແຂ່ງຂັນ ຄາຣາເຕໂດ ຊິງແຊ້ມ ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 9 ຫລື The 9 th SEAKF Championship​ 2022 ທີ່ ປະເທດກຳປູເຈຍ ໃນລະຫວ່າງວັນທີ 21-28/3/2022.

ການແຂ່ງຂັນ ທີ່ນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ຊິງໄຊ 16 ລາຍການ,​ ເຊິ່ງເປັນລາຍການໃຫ່ຍລະດັບ ອາຊ້ຽນ ເປັນຮອງພຽງ ຊີເກມ ໃນລະດັບພາກພື້ນ ຂອງກິລາ ຄາຣາເຕໂດ ເຊິ່ງມີ ປະເທດເຂົ້າຮ່ວມຫຼາຍກວ່າ 9 ​ປະເທດ, ປະເທດລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 4 ຄົນ ເປັນຍິງ 2 ຄົນໄດ້ແກ່

1. ທ້າວ ພອນປະເສີດ ຣາສະສິມມາ ປະເພດຕໍ່ສູ້ ດ່ຽວຊາຍ ນຳໜັກ -60Kg ຈາກສະໂມສອນ ໂຊໂຕກັນ ຄາຣາເຕໂດ
2. ທ້າວ ວັດທະນາ ໄຊຍະສານ ປະເພດຕໍ່ສູ້ ດ່ຽວຊາຍ ນຳໜັກ +84Kg ຈາກສະໂມສອນ ສີໂຄດ
3. ນາງ ສິລິວິມົນ ສິລິມຸງຄຸນ ປະເພດຕໍ່ສູ້ ດ່ຽວຍິງ -61Kg ຈາກສະໂມສອນ ສີໂຄດ
4. ນາງ ຕຸກຕາ ມຸກດາວົງ ປະເພດຕໍ່ສູ້ ດ່ຽວຍິງ ນຳໜັກ -55Kg ຈາກ ໂຮງຮຽນ ພອນສະຫວັນ ກິລາ ກາຍະກຳ

ຜ່ານການແຂ່ງຂັນອັນດຸເດືອດ ປະເທດລາວ ສາມາດ ຍາວໄດ້ 2 ຫຼຽນທອງ ຈາກ
ທ້າວ ພອນປະເສີດ ຣາສະສິມມາ ເອົາຊະນະ ນັກກິລາຈາກ ສິງກະໂປ 3-1
ທ້າວ ວັດທະນາ ໄຊຍະສານ ຊະນະເຈົ້າພາບກຳປູເຈຍ 🇱🇦 7-4 🇰🇭
ສ້າງຊື່ສຽງ ແລະ ຄວາມພູມໃຈ ໃຫ້ແກ່ນັກກິລາລາວ ສົ່ງເຂົ້າຮ່ວມ 4 ລາຍການສາມາດ ຍາດໄດ້ 2 ລາງວັນ, ເປັນອີກບາດກ້າວ 1​ ໃນການພັດທະນາ ແລະ ເປັນປະສົບການ ທີ່ດີໃຫ້ແກ່ນັກກິລາທຸກຄົນ ໃນການກຽມຕົວ ລຸຍເສິກ ຊິເກມ 2022 ທີ່ ສສ ຫວຽດ ນາມທີ່ກຳລັງຈະມາເຖິງ ໃນເດືອນ ພຶດສາພາ 2022​ນີ້.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...